ສຳນັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ສະຖານີໂທລະພາບແຫ່ງຊາດ ລາວ, ສຳນັກໜັງສືພິມໃຫຍ່ຂອງປະເທດລາວ ຄື Laophattana Daily News, Pathetlao Daily, Vientiane Mai Newspaper, Vientiane Time, ບັນດາສື່ເອເລັກໂຕນິກ ລ້ວນແຕ່ໃຫ້ຂ່າວກ່ຽວກັບການຢ້ຽມຢາມດັ່ງກ່າວ.

leftcenterrightdel
ໃນວັນທີ 7 ກໍລະກົດ, ສື່ມວນຊົນ ລາວໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ພາບ: nhandan.com.vn

ໃນວັນທີ 7 ກໍລະກົດ, ໃນໜ້າໜຶ່ງຂອງໜັງສືພິມປະຊາຊົນ, ສຽງຂອງສູນກາງພັກ ປະຊາຊົນ ປະຕິວັດ ລາວ ໄດ້ໃຫ້ຂ່າວວ່າ, ໃນການເດີນທາງໄປຢ້ຽມຢາມຫວຽດນາມຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການຮ່ວມມື; ແລກປ່ຽນບົດ ຮຽນກ່ຽວກັບການຟື້ນຟູເສດຖະກິດພາຍຫຼັງພະຍາດໂຄວິດ-19; ຊຸກຍູ້ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ; ການໄປມາຫາສູ່ຂອງປະຊາຊົນສອງປະເທດ ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງສອງປະເທດກວ່າອີກ.

leftcenterrightdel
ໜັງສືພິມປະຊາຊົນເອເລັກໂຕນິກ ແລະບັນດາໜັງສືພິມເອເລັກໂຕນິກໃຫຍ່ຂອງລາວ ກໍ່ລ້ວນແຕ່ໃຫ້ຂ່າວກ່ຽວກັບການຢ້ຽມຢາມຄັ້ງນີ້. ພາບ: nhandan.com.vn

ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບອັນດູດດື່ມ, ຄວາມສາມັກຄີແບບພິເສດ ແລະຄວາມເຊື່ອໝັ້ນເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ - ຫວຽດນາມ ອ້າຍນ້ອງ ທີ່ໄດ້ຮັບການປັບປຸງ, ສະໜິດຕິດພັນຢ່າງແໜ້ນແຟ້ນໃນໄລຍະຜ່ານມາຢ່າງບໍ່ຢຸດຢັ້ງ. ສອງຝ່າຍຕີລາຄາສູງປະສິດທິຜົນການຮ່ວມມືໃນໄລຍະຜ່ານມາ, ພິເສດແມ່ນຜົນສໍາເລັດໃນການຄວບຄຸມພະຍາດໂຄວິດ-19, ກໍຄືການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງປະເທດ ໃນໄລຍະເກີດພະຍາດໂຄວິດ-19. ນອກຈາກນີ້, ການນໍາຂັ້ນສູງສອງປະເທດກໍຕີລາຄາສູງ ແລະສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນສໍາເລັດຂອງສອງປະເທດໃນກິດຈະການສ້າງສາ ແລະພັດທະນາປະເທດຊາດ, ຮັກສາສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດສືບຕໍ່ເຕີບໂຕ, ຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ ໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ລາວ ກໍສະແດງຄວາມຊົມເຊີຍ ຫວຽດນາມ ທີ່ຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະບັນດາເຫດການສໍາຄັນອື່ນສຳເລັດ.

ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ລາວ ໄດ້ໄປຢ້ຽມຢາມເຂດອຸດສາຫະກໍາ ດ້ຽນນາມ - ດ້ຽນຫງອັກ ຢູ່ແຂວງກວ໋າງນາມ ເພື່ອແລກປ່ຽນ, ຖອດຖອນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ.

ໂດຍ: ໄຊຊະນະ