ໂຄງການ “ກໍ່ສ້າງລະບົບຊົນລະປະທານຢູ່ເມືອງໜອງບົກ, ແຂວງຄຳມ່ວນ” ໂດຍແຂວງຮ່າຕີ໋ງ ເປັນເຈົ້າຂອງລົງທຶນດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ລັດຖະບານລາວ.

leftcenterrightdel
ການນໍາແຂວງຮ່າຕີ໋ງ ກວດກາການອອກແບບໂຄງການກໍ່ສ້າງຊົນລະປະທານຢູ່ເມືອງໜອງບົກ, ລາວ. ພາບ: vov.vn.

ໂຄງການລວມມີກິດຈະກຳຕົ້ນຕໍຄື ປ້ອມສູບນໍ້າ, ລະບົບຄອງເໝືອງ, ສົມທົບກັບລະບົບກັນເຈື່ອນຕອນຝັ່ງແມ່ນ້ຳຂອງໄຫຼຜ່ານບ້ານຊຽງວາງ, ເມືອງໜອງບົກ, ດ້ວຍຍອດເງິນລົງທຶນທັງໝົດເກືອບ 300 ຕື້ດົ່ງ (ເກືອບ 13 ລ້ານໂດລາສະຫະລັດ). ໂຄງການກໍ່ສ້າງດັ່ງກ່າວໄດ້ຮັບຄວາມຫວັງວ່າຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຫຼາຍພໍສົມຄວນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ.

ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ-ການລົງທຶນແຂວງຄຳມ່ວນ ຖືວ່າ: "ໂຄງການກໍ່ສ້າງຊົນລະປະທານຢູ່ບ້ານຊຽງວາງໂດຍລັດຖະບານຫວຽດນາມ ອຸປະຖໍາຖ້າໄດ້ປະຕິບັດຈະມີຄວາມໝາຍອັນໃຫຍ່ຫຼວງຍ້ອນວ່າມັນສາມາດເອົານ້ຳເຂົ້ານາໄດ້ 500 ເຮັກຕາ, ຈະປະກອບສ່ວນຊຸກຍູ້ການຜະລິດສະບຽງອາຫານ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນຫຼາຍທີ່ສຸດ.

ໂດຍ: ເຈິ່ນຮວ່ຽນ