ທີ່ການຕ້ອນຮັບ, ທ່ານ ເຈິ່ນວັນນາມ ໃຫ້ຮູ້ວ່າ ໄປຄຽງຄູ່ກັບການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດຫວຽດນາມ-ລາວ ໃນຫຼາຍປີຜ່ານມາ, ແຂວງບິ່ງເຢືອງ ກໍ່ຮັກສາການຮ່ວມມືກັບທ້ອງຖິ່ນຕ່າງໆຂອງລາວ ໂດຍສະເພາະແມ່ນແຂວງຈໍາປາສັກ.

leftcenterrightdel
ທ່ານ ເຈິ່ນວັນນາມ ເລຂາພັກແຂວງບິ່ງເຢືອງ ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈໍາຫວຽດນາມ. ພາບ: binhduong.gov.vn.

ສອງຝ່າຍໄດ້ຜັນຂະຫຍາຍບັນດາໂຄງການລົງທຶນປູກຕົ້ນຢາງພາລາ, ກໍ່ສ້າງລະບົບໂຮງງານປຸງແຕ່ງຢາງພາລາ. ຄຽງຂ້າງນັ້ນ, ແຂວງບິ່ງເຢືອງຍັງຕັ້ງໜ້າເຂົ້າຮ່ວມກິດຈະກໍາເຄື່ອນໄຫວທາງສັງຄົມຢູ່ແຂວງຈໍາປາສັກ ແລະບັນດາແຂວງໃກ້ຄຽງຕື່ມອີກ. ແຕ່ລະປີ, ແຂວງບິ່ງເຢືອງ ກໍ່ຈັດຕັ້ງການບໍາລຸງສ້າງ ແລະສະໜອງທຶນການສຶກສາໃຫ້ແກ່ນັກສຶກສາຂອງແຂວງຈໍາປາສັກ.

ສ່ວນທ່ານ ແສງເພັດ ຮຸ່ງບຸນຍວງ ປາດຖະໜາວ່າ ແຂວງບິ່ງເຢືອງຈະສືບຕໍ່ຮ່ວມມືກັບບັນດາແຂວງຂອງລາວ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ການປຸງແຕ່ງຜະລິດຕະພັນກະເສດ, ປຸງແຕ່ງຢາງພາລາ, ໜູນຊ່ວຍນັກສຶກສາລາວທີ່ພວມສຶກສາຮໍ່າຮຽນຢູ່ແຂວງບິ່ງເຢືອງ, ພ້ອມທັງເປີດກວ້າງການຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງແຂວງບິ່ງເຢືອງ ກັບບັນດາແຂວງພາກໃຕ້ຂອງລາວ. 

ໂດຍ: ທູຈາງ