leftcenterrightdel
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ແລະບັນດານັກສຳມະນາກອນທີ່ພິທີປິດຊຸດຮຽນ. ພາບ: ຟ້າມກຽນ.

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ເນັ້ນໜັກວ່າ ການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະກະຊວງຕໍາຫຼວດຫວຽດນາມ ສວມບົດບາດສໍາຄັນທີ່ສຸດໃນການຮ່ວມມືລະຫວ່າງສອງປະເທດ. ດັ່ງນັ້ນ, ເລື່ອງພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ ຮູ້ພາສາຫວຽດນາມ ຈະປະກອບສ່ວນເຂົ້າໃນການຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງກໍາລັງໃນໄລຍະຈະມາເຖິງ.

ທ່ານພັນເອກ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບລາວ ເນັ້ນໜັກວ່າ ບົນພື້ນຖານສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ກໍານົດການຮຽນພາສາຫວຽດນາມແມ່ນສິ່ງຈໍາເປັນທ່ີສຸດ, ປະກອບສ່ວນສໍາຄັນເຂົ້າໃນການສົມທົບ ແລະການຮ່ວມມືດ້ານວິຊາການລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະກະຊວງຕໍາຫຼວດຫວຽດນາມ.

ໂດຍ: ໄຊຊະນະ