leftcenterrightdel
ຄະນະບໍລິຫານງານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດົ່ງນາຍ ຊຸດທີ 3. ພາບ: baodongnai.com.vn.

ໃນອາຍຸການຜ່ານມາ, ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດົ່ງນາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີຫວຽດນາມ-ລາວ; ຢ້ຽມຢາມ, ລະດົມກຳລັງໃຈ ແລະມອບຂອງຂວັນ, ທຶນການສຶກສາໃຫ້ແກ່ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງດົ່ງນາຍ; ຈັດຕັ້ງບັນດາຄະນະໄປຢ້ຽມຢາມ, ມອບຂອງຂວັນ, ປິ່ນປົວພະຍາດໃຫ້ປະຊາຊົນແຂວງຊຽງຂວາງ, ຈໍາປາສັກ… ກອງປະຊຸມໃຫຍ່ໄດ້ເຫັນດີເປັນເອກະພາບກໍານົດທິດທາງ, ເປົ້າໝາຍໃນອາຍຸການ 2020-2025: ອີງໃສ່ບັນດາເຫດການສຳຄັນໃນການພົວພັນທາງການທູດລະຫວ່າງສອງປະເທດ ແລະເງື່ອນໄຂລະອຽດຂອງທ້ອງຖິ່ນເພື່ອຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ມິດຕະພາບກັບບັນດາອົງການຈັດຕັ້ງ, ປະຊາຊົນລາວ; ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ, ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືຫວຽດນາມ-ລາວ ໃຫ້ນັບມື້ນັບຈົບງາມກວ່າອີກ.

ໂດຍ: ຈາງຫງວຽນ