ກໍາລັງສອງຝ່າຍໄດ້ດໍາເນີນການລາດຕະເວນຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ, ຈາກຫຼັກໝາຍທີ 407 ຮອດຫຼັກໝາຍທີ 408. ກໍາລັງລາດຕະເວນສອງຝ່າຍໄດ້ຜ່ານຜ່າຄວາມຫຍຸ້ງຍາກກ່ຽວກັບເງື່ອນໄຂພູມີປະເທດ, ດິນຟ້າອາກາດຮ້າຍແຮງ, ແສງແດດເພື່ອກວດກາຫຼັກໝາຍ, ຖາກຖາງໄມ້ຮົກ ແລະເຮັດອະນາໄມຢູ່ອ້ອມຂ້າງຫຼັກໝາຍຊາຍແດນ; ແລກປ່ຽນບາງເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານຕ້ານ ແລະສະກັດກັ້ນການຂ້າມຊາຍແດນຢ່າງຜິດກົດໝາຍ, ການປ້ອງກັນ, ຕ້ານພະຍາດໂຄວິດ-19; ວຽກງານປົກປັກຮັກສາເຂດຊາຍແດນລະຫວ່າງກໍາລັງປົກປັກຮັກສາຊາຍແດນສອງປະເທດ.

leftcenterrightdel
ສອງຝ່າຍປະຕິບັດພິທີການທີ່ຫຼັກໝາຍຊາຍແດນ. ພາບ: bienphong.com.vn.

ຜ່ານການກວດກາ, ຫຼັກໝາຍຊາຍແດນໄດ້ຮັບປະກັນສະພາບເດີ່ມ, ປອດໄພ, ບໍ່ມີສັນຍານລະເມີດກົດໝາຍ, ລະເມີດກົດລະບຽບຊາຍແດນ, ແຊກຊຶມ, ຂ້າມຊາຍແດນຢ່າງຜິດກົດໝາຍ. ນີ້ແມ່ນການເຄື່ອນໄຫວສົມທົບກັນເປັນປະຈໍາລະຫວ່າງສອງກົມກອງເພື່ອແນໃສ່ປັບປຸງ ແລະເພີ່ມທະວີການຮ່ວມມືກ່ຽວກັບການປົກປັກຮັກສາ, ຄຸ້ມຄອງຊາຍແດນ, ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ໂດຍ: ທູຈາງ