leftcenterrightdel
ບັນດາກໍາລັງປະຕິບັດໜ້າທີ່ຢູ່ດ່ານສາກົນນໍ້າກັ໊ນ ຮັບເອົານັກສຶກສາລາວເຂົ້າເມືອງຜ່ານດ່ານຊາຍແດນ. ພາບ: ເຟືອງລີງ.

ນັກສຶກສາລາວທັງໝົດທີ່ເຂົ້າເມືອງມານັ້ນໄດ້ແຈ້ງອາການສຸຂະພາບ, ວັດແທກອຸນຫະພູມຮ່າງກາຍ, ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງແໜ້ນແຟ້ນ... ຫຼັງຈາກນັ້ນ, ກໍາລັງທີ່ເຂົ້າຮ່ວມການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດດ່ານສາກົນນໍ້າກັ໊ນກໍ່ໄດ້ນຳສົ່ງນັກສຶກສາເຫຼົ່ານັ້ນ ໄປຍັງສະຖານທີ່ແຍກປ່ຽວຕາມຂໍ້ກຳນົດ. ເມື່ອໝົດເວລາກຳນົດແຍກປ່ຽວ, ນັກສຶກສາເຫຼົ່ານັ້ນຈຶ່ງໄດ້ກັບຄືນໄປຮໍ່າຮຽນ.

ຕາມແຈ້ງການຂອງອົງການກ່ຽວຂ້ອງຢູ່ດ່ານສາກົນນໍ້າກັ໊ນ ໃຫ້ຮູ້ວ່າ ໃນຊຸມວັນຈະມາເຖິງທາງດ່ານຊາຍແດນຈະຮັບເອົານັກສຶກສາລາວກວ່າ 300 ຄົນເຂົ້າເມືອງ ແລະສືບຕໍ່ຮໍ່າຮຽນຢູ່ບັນດາໂຮງຮຽນໃນບໍລິເວນແຂວງເງະອານ.

leftcenterrightdel
ຈັດຕັ້ງການນຳສົ່ງນັກສຶກສາລາວ ທີ່ຜ່ານດ່ານຊາຍແດນເຂົ້າເມືອງມາໄປຍັງສະຖານທີ່ແຍກປ່ຽວຕາມຂໍ້ກຳນົດ. ພາບ: ເຟືອງລີງ.

ທ່ານພັນໂທ ຫງວຽນຮົ່ງດຶ໊ກ ຫົວໜ້າຄ້າຍທະຫານຊາຍແດນດ່ານສາກົນນໍ້າກັ໊ນ ໃຫ້ຮູ້ວ່າ ກົມກອງໄດ້ມີແຜນການຮັບເອົານັກສຶກສາລາວເຂົ້າເມືອງຜ່ານດ່ານສາກົນນໍ້າກັ໊ນ. ກໍາລັງປະຕິບັດໜ້າທີ່ຢູ່ເຂດດ່ານຊາຍແດນໄດ້ມີການແບ່ງວຽກງານຢ່າງລະອຽດ, ຈະແຈ້ງ, ສົມທົບກັນຢ່າງແໜ້ນແຟ້ນ; ພ້ອມທັງຮັບປະກັນບັນດາຂໍ້ກໍານົດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ເຈິ່ນຮວ່ຽນ