ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈໍາລາວ ໄດ້ອອກແຈ້ງການສະບັບເລກທີ 78-20/LS/ĐSQLA ກ່ຽວກັບເລື່ອງພົນລະເມືອງຫວຽດນາມ ສືບຕໍ່ຈົດທະບຽນຂໍອອກເມືອງລາວ ກັບເມືອປະເທດຢູ່ສະຖານທູດ ແລະບັນດາສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາລາວ. ຕາມນັ້ນແລ້ວ, ພົນລະເມືອງຫວຽດນາມ ທີ່ພວມດໍາລົງຊີວິດ, ອອກແຮງງານ, ຮໍ່າຮຽນຢູ່ລາວ ສືບຕໍ່ໄດ້ຮັບອະນຸຍາດອອກເມືອງ ເພື່ອກັບເມືອປະເທດຜ່ານດ່ານຊາຍແດນສາກົນດ້ວຍເງື່ອນໄຂຕ້ອງຈົດທະບຽນຂໍກັບເມືອປະເທດຢູ່ສະຖານທູດ ແລະບັນດາສະຖານກົງສູນໃຫຍ່ຫວຽດນາມ ປະຈໍາລາວ ຕາມແບບຟອມໄດ້ເອົາລົງຢູ່ເວັບໄຊຂອງສະຖານທູດຫວຽດນາມ ປະຈໍາລາວ.

leftcenterrightdel
ເວັບໄຊຂອງສະຖານທູດຫວຽດນາມ ປະຈໍາລາວ ແຈ້ງການສະບັບເລກທີ 78-20/LS/ĐSQLA ໃນນັ້ນມີແບບຟອມຂໍອອກເມືອງລາວ. ພາບ: nhandan.com.vn.

ແຕ່ລະມື້, ສະຖານທູດ ແລະບັນດາສະຖານກົງສູນໃຫຍ່ຫວຽດນາມ ປະຈໍາລາວ ຈະອັບເດັດບັນຊີລາຍຊື່, ສົ່ງໃຫ້ບັນດາອົງການກ່ຽວຂ້ອງຂອງລາວ ກໍ່ຄືໄດ້ລົງຂ່າວຢ່າງເປີດເຜີຍໃນເວັບໄຊຂອງສະຖານທູດ ແລະບັນດາສະຖານກົງສູນໃຫຍ່ຫວຽດນາມ. ຜູ້ອອກເມືອງຕ້ອງປະຕິບັດຕາມບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂອງລາວ ແລະຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ. ສະຖານທູດ ແລະບັນດາສະຖານກົງສູນໃຫຍ່ຫວຽດນາມ ປະຈໍາລາວ ຈະສັງລວມບັນຊີລາຍຊື່ພົນລະເມືອງຫວຽດນາມທີ່ຢາກກັບເມືອປະເທດ, ໜັງສືຜ່ານແດນ, ເວລາ, ດ່ານຊາຍແດນອອກເມືອງ... ແລະບັນດາຂໍ້ມູນຂ່າວສານລະອຽດອື່ນ, ແຈ້ງໃຫ້ກະຊວງການຕ່າງປະເທດ ແລະບັນດາອົງການກ່ຽວຂ້ອງຂອງລາວ ກ່ອນ 1 ວັນ ເພື່ອພິຈາລະນາສ້າງເງື່ອນໄຂສະດວກໃຫ້ບັນດາພົນລະເມືອງຫວຽດນາມ ທີ່ມີຊື່ໃນບັນຊີລາຍຊື່ໄດ້ອອກເມືອງກັບເມືອປະເທດຜ່ານບັນດາດ່ານຊາຍແດນສາກົນ.

ໂດຍ: ເຈິ່ນຮວ່ຽນ