ໃນບັນຍາກາດທີ່ເຄັ່ງຂຶມ ແລະເຕັມໄປດ້ວຍຄວາມສະເທືອນໃຈ, ບັນດາຜູ້ແທນໄດ້ກົ້ມຫົວໄຫວ້ອາໄລຕໍ່ດວງວິນຍານຂອງ ສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ ເປັນເວລາ 1 ນາທີ.

leftcenterrightdel
ທ່ານ ເຈືອງຮວ່າບີ່ງ ຕາງໜ້າຄະນະຜູ້ແທນ ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງພະນັກງານ, ພາລະກອນສະຖານທູດລາວ ປະຈໍາຫວຽດນາມ. ພາບ: ຈ້ອງຫາຍ.

ເມື່ອຂຽນປຶ້ມໄຫວ້ອາໄລ, ທ່ານ ເຈືອງຮວ່າບິ່ງ ໄດ້ຂຽນວ່າ: “ສຸດແສນອາໄລອາວອນຫາສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ, ຜູ້ນໍາທີ່ດີເດັ່ນ, ລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ນັກຮົບປະຕິວັດທີ່ອົງອາດກ້າແກ່ນ, ໄດ້ອຸທິດຊີວິດຂອງຕົນສູ້ຊົນເພື່ອເອກະລາດແຫ່ງຊາດ, ອິດສະຫຼະພາບ, ຄວາມຜາສຸກຂອງປະຊາຊົນ ແລະການພັດທະນາ, ຄວາມຈະເລີນຮຸ່ງເຮືອງຂອງປະເທດລາວ.

leftcenterrightdel
ຄະນະຜູ້ແທນຂັ້ນສູງພັກ, ລັດ ແລະແນວໂຮມປະເທດຊາດຫວຽດນາມ ກົ້ມຫົວໄຫວ້ອາໄລຕໍ່ດວງວິນຍານຂອງສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ ເປັນເວລາ 1 ນາທີ. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານ ເຈືອງຮວ່າບີ່ງ ຂຽນປຶ້ມໄຫວ້ອາໄລ. ພາບ: ຈ້ອງຫາຍ.

ການຈາກໄປຂອງສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນການສູນເສຍອັນໃຫຍ່ຫຼວງຕໍ່ພັກ, ລັດ, ແນວລາວສ້າງຊາດ, ປະຊາຊົນລາວ ແລະຄອບຄົວ. ຫວຽດນາມ ສູນເສຍເພື່ອນຜູ້ຍິ່ງໃຫຍ່, ສູນເສຍສະຫາຍອ້າຍນ້ອງທີ່ມີຄວາມສະໜິດສະໜົມທີ່ໄດ້ມີການປະກອບສ່ວນສໍາຄັນເຂົ້າໃນການກໍ່ສ້າງ, ປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ.

ຕາງໜ້າພັກ, ລັດ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະປະຊາຊົນຫວຽດນາມ, ພວກຂ້າພະເຈົ້າຂໍ​ສະແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງ ແລະ ຂໍ​ແບ່ງ​ເບົາ​ຄວາມ​ໂສກເສົ້າມາຍັງ ພັກ, ລັດ, ສູນກາງແນວລາວສ້າງຊາດ, ປະຊາຊົນລາວບັນດາເຜົ່າ ແລະຄອບຄົວຂອງສະຫາຍ ສີສະຫວາດ ແກ້ວບຸນພັນ".

ໂດຍ: ທູຈາງ