leftcenterrightdel
ບັນດາຜູ້ແທນທີ່ພິທີເຄົາລົບທຸງຊາດ. ພາບ: nhandan.com.vn.

ພາຍຫຼັງພິທີເຄົາລົບທຸງຊາດ, ທ່ານ ຫງວຽນບ໊າຮຸ່ງ, ເລຂາຄະນະພັກ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ໄດ້ກ່າວຄໍາເຫັນໄຂພິທີ; ທ່ານໃຫ້ຮູ້ວ່າ ໄປພ້ອມກັບຄວາມເບີກບານມ່ວນຊື່ນ ແລະເອກອ້າງທະນົງໃຈເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ສະມາຊິກພັກອົງຄະນະພັກກອມມູນິດຫວຽດນາມ ຢູ່ລາວ ກໍ່ຄືພະນັກງານ, ພາລະກອນບັນດາອົງການຫວຽດນາມ ຢູ່ລາວ ຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ; ທ່ານຢັ້ງຢືນວ່າ ບັນດາສະມາຊິກພັກອົງຄະນະພັກ ຢູ່ລາວ ຍາມໃດກໍ່ດຳລົງຊີວິດ, ເຮັດວຽກ ແລະຮໍ່າຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ, ປະຕິບັດໜ້າທີ່ຂອງຜູ້ເປັນສະມາຊິກພັກຢູ່ຕ່າງປະເທດໄດ້ເປັນຢ່າງດີ.

leftcenterrightdel
ທ່ານ ຮສຈ.ປອ ຫງວຽນງອັກຮ່າ, ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໂອ້ລົມທີ່ພິທີ. ພາບ: nhandan.com.vn.

ທີ່ພິທີ, ບັນດາຜູ້ແທນໄດ້ຮັບຟັງທ່ານ ຮສຈ.ປອ ຫງວຽນງອັກຮ່າ, ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໂອ້ລົມກ່ຽວກັບປະຫວັດສາດໃນໄລຍະ 90 ປີຜ່ານມາ. ທ່ານ ຫງວຽນງອັກຮ່າ ເນັ້ນໜັກວ່າ ພາຍໃຕ້ການນຳພາຢ່າງຖືກຕ້ອງ ແລະສະຫຼາດສ່ອງໃສຂອງພັກ, ຫວຽດນາມ ນັບມື້ນັບພັດທະນາຢ່າງບໍ່ຢຸດຢັ້ງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ ແລະພຶດຕິກຳຕົວຈິງໄດ້ຢັ້ງຢືນວ່າ ຢູ່ຫວຽດນາມ ບໍ່ມີກໍາລັງການເມືອງໃດອີກ, ນອກຈາກພັກ ກອມມູນິດຫວຽດນາມ ທີ່ມີຄຸນນະທາດ, ພູມປັນຍາ, ບົດຮຽນ, ອິດທິພົນຊື່ສຽງຢ່າງພຽງພໍ ແລະມີຄວາມສາມາດນໍາພາປະເທດຊາດ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍຜ່ານບັນດາໄລຍະຫຍຸ້ງຍາກ, ນໍາພາລະກິດປະຕິວັດຂອງຫວຽດນາມ ແຕ່ໄຊຊະນະນີ້ໄປເຖິງໄຊຊະນະອື່ນ.

ໂດຍ: ເຈິ່ນຮວ່ຽນ