ຕອນບ່າຍວັນທີ 10 ກຸມພາ, ຢູ່ນະຄອນຫຼວງວຽງຈັນ, (ສປປ ລາວ) ທ່ານພົນເອກ ໂຕເລິມ ແລະຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ຕ້ອນຮັບທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ພ້ອມດ້ວຍຄະນະ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ທອງລຸນ ສີສຸລິດ ຕີລາຄາສູງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານພົນເອກ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງກະຊວງຕໍາຫຼວດຫວຽດນາມ; ຊົມເຊີຍຜົນການພົບປະເຈລະຈາອັນຈົບງາມລະຫວ່າງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ແລະຄະນະຜູ້ແທນຂັ້ນສູງກະຊວງຕໍາຫຼວດຫວຽດນາມ. ທ່ານ ທອງລຸນ ສີສຸລິດ ສະແດງ ຄວາມປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງກໍາລັງຕໍາຫຼວດສອງປະເທດ ຈະສືບຕໍ່ພັດທະນາ, ນັບມື້ນັບກ້າວເຂົ້າສູ່ລວງເລິກ, ຮັບໃຊ້ໜ້າທີ່ພັດທະນາເສດຖະກິດ-ສັງຄົມ ແລະການພົວພັນຕ່າງປະເທດຂອງແຕ່ລະປະເທດຢ່າງແທດຈິງ.

ທ່ານລັດຖະມົນຕີ ໂຕເລິມ ສະເໜີໃຫ້ສອງປະເທດ ລາວ ແລະຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານ, ສະໜັບ ສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ, ກະຊວງຕໍາຫຼວດ ຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນສືບຕໍ່ຮ່ວມມືຮອບດ້ານກັບກໍາລັງຕໍາຫຼວດລາວ ຕອບສະໜອງຄວາມຮຽກຮ້ອງ ຕ້ອງການ, ໜ້າທີ່ໃນສະພາບການໃໝ່; ປະກອບສ່ວນປັບປຸງ, ເພີ່ມພູນຄູນສ້າງການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານພົນເອກ ໂຕເລິມ ແລະທ່ານພົນໂທ ວິໄລ ຫຼ້າຄໍາຟອງ ລົງນາມແຜນການຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມື ລະຫວ່າງສອງກະຊວງ ປີ 2020. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ຢູ່ສໍານັກງານກະຊວງປ້ອງກັນຄວາມສະຫງົບລາວ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ຄະນະຜູ້ແທນຂັ້ນສູງກະຊວງຕໍາຫຼວດຫວຽດນາມ ນໍາໂດຍທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ດໍາເນີນການພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ນໍາໂດຍທ່ານພົນໂທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ. ສິ້ນສຸດການພົບປະເຈລະຈາ, ທ່ານລັດຖະມົນຕີ ໂຕເລິມ ແລະທ່ານລັດຖະມົນຕີ ວິໄລ ຫຼ້າຄໍາຟອງ ໄດ້ລົງນາມແຜນການຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມືລະຫວ່າງສອງກະຊວງ ປີ 2020.

ໂດຍ: ກວຽດເຕິມ