ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ພັກ, ລັດ ແລະປະຊາຊົນລາວບັນດາເຜົ່າ, ທ່ານນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະຈິງໃຈຕໍ່ກັບພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງຍາມໃດກໍ່ສະຫງວນການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າ, ມີປະສິດທິຜົນ ແລະທັນການໃນພາລະກິດການປະຕິວັດຂອງລາວ ເວົ້າສະເພາະກໍ່ຄືໃນກິດຈະການສ້າງສາ ແລະພັດທະນາປະເທດລາວ ໃນປະຈຸບັນ.

leftcenterrightdel
ທ່ານນາງ ສູນທອນ ໄຊຍະຈັກ ມອບກະເຊົ້າດອກໄມ້ອວຍພອນ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ໃຫ້ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານນາງ ສູນທອນ ໄຊຍະຈັກ ຢັ້ງຢືນວ່າ ພັກປະຊາຊົນປະຕິວັດລາວ ແລະປະຊາຊົນລາວບັນດາເຜົ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ປັບປຸງ ແລະພັດທະນາການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ກວ່າອີກ.

ໂດຍ: ສົມເພັດ