leftcenterrightdel
ທ່ານ ເຈິ່ນແຮງ ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງຊຽງຂວາງ ອວຍພອນປີໃໝ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ. ພາບ: vov.vn.

ທີ່ການພົບປະສັງສັນ, ທ່ານ ເຈິ່ນແຮງ ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງຊຽງຂວາງທີ່ນະຄອນຫຼວງວຽງຈັນ ໄດ້ອວຍພອນບັນດາສະມາຊິກສະມາຄົມ ຈົ່ງມີຄວາມເບີກບານມ່ວນຊື່ນ, ຢູ່ດີມີແຮງ ແລະມີຄວາມຜາສຸກ, ພ້ອມທັງປາດຖະໜາວ່າ ພໍ່ແມ່ປະຊາຊົນສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ຮັກແພງ, ເອົາໃຈໃສ່ຊ່ວຍເຫຼືອກັນໃນການດໍາລົງຊີວິດ, ພັດທະນາເສດຖະກິດ, ເຂົ້າຮ່ວມບັນດາຂະບວນການເຄື່ອນໄຫວທາງສັງຄົມ, ກຸສົນ, ສ້າງສະມາຄົມໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ຮັກສາບັນດາຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອຂອງຊາດ ແລະຍາມໃດກໍ່ມຸ່ງຫາບ້ານເກີດເມືອງນອນ, ປະເທດຊາດ.

leftcenterrightdel
ບັນດາຜູ້ແທນຍົກຈອກອວຍພອນປີໃໝ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ. ພາບ: vov.vn.

ຕາງໜ້າສະຖານທູດຫວຽດນາມ ປະຈໍາ ລາວ, ທ່ານນາງ ຫວູຕູ໊ແອັວງ  ຜູ້ປະຈໍາການຄະນະປະຕິບັດງານປະຊາຄົມ ປາດຖະໜາວ່າພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ສາມັກຄີກັນ, ປະຕິບັດນະໂຍບາຍກົດໝາຍຂອງລັດລາວ ເປັນຢ່າງດີ, ປະກອບສ່ວນສ້າງສາປະເທດລາວ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ກາຍເປັນຂົວເຊື່ອມຕໍ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະນໍ້າໃຈສາມັກຄີແບບພິເສດລະຫວ່າງສອງປະເທດ, ສອງຊາດຫວຽດນາມ-ລາວໃຫ້ນັບມື້ນັບພັດທະນາ.

leftcenterrightdel
ລາຍການສິລະປະໂດຍພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ສະແດງໃນການພົບປະສັງສັນ. ພາບ: vov.vn.

ໃນຫຼາຍປີມານີ້, ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງຊຽງຂວາງ ໄດ້ກາຍເປັນບ່ອນພົບປະ, ແລກປ່ຽນວັດທະນະທໍາ, ແບ່ງປັນບົດຮຽນທໍາມາຫາກິນຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ແຂວງຊຽງຂວາງ ພວມດໍາລົງຊີວິດຢູ່ນະຄອນຫຼວງວຽງຈັນ. ທັງແມ່ນບ່ອນຮັກສາບັນດາຄຸນຄ່າວັດທະນະທໍາຂອງຊາດ ຜ່ານບັນດາກິດຈະກໍາດ້ານວັດທະນະທໍາ, ສິລະປະອວ່າຍເມືອຫາກົກເຄົ້າເຫງົ້າກໍຂອງປະເທດຊາດ.

ໂດຍ: ເຈິ່ນຮວ່ຽນ