ກ່າວຄຳເຫັນທີ່ພິທີ, ທ່ານພັນເອກພິເສດ ຫວໍຈ້ອງຫາຍ ໄດ້ສະແດງຄວາມສະເທືອນໃຈຕໍ່ຄວາມເອົາໃຈໃສ່ຂອງລັດຖະບານແຫ່ງ ສປປ ລາວ ແລະການນຳແຂວງບໍລິຄໍາໄຊ. ທ່ານພັນເອກພິເສດ ຫວໍຈ້ອງຫາຍ ປາດຖະໜາວ່າສາຍພົວພັນມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງແຂວງຮ່າຕິ້ງ ແລະແຂວງບໍລິຄໍາໄຊ ເວົ້າສະເພາະ  ແລະສາຍພົວພັນຫວຽດນາມ-ລາວ ເວົ້າລວມ ຈະຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

leftcenterrightdel
ທ່ານ ກອງແກ້ວ ໄຊສົງຄາມ ປະດັບຫຼຽນກາພັດທະນາຂອງລັດຖະບານລາວ ໃຫ້ທ່ານພັນເອກພິເສດ ຫວໍຈ້ອງຫາຍ. ພາບ: ເຈືອງຮວາ
leftcenterrightdel
ທ່ານ ກອງແກ້ວ ໄຊສົງຄາມ ມອບໃບຍ້ອງຍໍຂອງເຈົ້າແຂວງບໍລິຄໍາໄຊ ໃຫ້ທ່ານພັນເອກພິເສດ ຫວໍຈ້ອງຫາຍ. ພາບ: ເຈືອງຮວາ

ທ່ານພັນເອກພິເສດ ຫວໍຈ້ອງຫາຍ ເວົ້າວ່າ "ສໍາລັບຂົງເຂດປ້ອງກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ, ຫວັງວ່າການນຳສອງແຂວງຈະສືບຕໍ່ເອົາໃຈໃສ່ຊີ້ນຳກຳລັງຕຳຫຼວດຂອງສອງແຂວງເພີ່ມທະວີການພົວພັນສົມທົບກັນ, ຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ດ່ານຊາຍແດນ, ຮັບໃຊ້ພາລະກິດພັດທະນາເສດຖະກິດ-ສັງຄົມຂອງສອງແຂວງເວົ້າສະເພາະ ແລະສອງປະເທດຫວຽດນາມ - ລາວ ເວົ້າລວມ.

ໂດຍ: ກວຽດເຕິມ