leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baohatinh.vn

ທີ່ການຕ້ອນຮັບ, ທ່ານ ກອງແກ້ວ ໄຊສົງຄາມ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານ ເຊິ່ງອົງຄະນະພັກແຂວງຮ່າຕີ໊ງ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານ ກອງແກ້ວ ໄຊສົງຄາມ ກໍ່ໄດ້ຂອບອົກຂອບໃຈ ແລະສົ່ງຄຳອວຍພອນເຖິງອົງຄະນະພັກແຂວງ ແລະປະຊາຊົນແຂວງຮ່າຕີ໊ງ ຍາມໃດກໍ່ໄດ້ຄຽງບ່າຄຽງໄຫຼ່, ໜູນຊ່ວຍແຂວງບໍລິຄໍາໄຊໃນຕະຫຼອດຊຸມປີຜ່ານມາ.

leftcenterrightdel
ຄະນະປະຕິບັດງານແຂວງບໍລິຄໍາໄຊ ມອບຂອງຂວັນອວຍພອນອົງຄະນະພັກແຂວງຮ່າຕີ໊ງ. ພາບ: baohatinh.vn

ຕາງໜ້າໃຫ້ອົງຄະນະພັກແຂວງ ແລະປະຊາຊົນແຂວງຮ່າຕີ໊ງ, ທ່ານ ເລດິ່ງເຊີນ ເລຂາພັກແຂວງ ສະແດງຄວາມຂອບອົກຂອບໃຈຄະນະປະຕິບັດງານຂອງແຂວງບໍລິຄໍາໄຊ ໄດ້ມາອວຍພອນ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ  ແລະ 90 ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງຮ່າຕີ໊ງ.

ທ່ານ ເລດິ່ງເຊີນ ປາດຖະໜາຢາກໃຫ້ອົງຄະນະພັກ, ອໍານາດການປົກຄອງແຂວງບໍລິຄໍາໄຊ ສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຂອງແຂວງ ທໍາມາຫາກິນໃນບໍລິເວນ, ຊຸກຍູ້ສາຍພົວພັນຮ່ວມມື, ປະກອບສ່ວນນໍາສາຍພົວພັນທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ລາວ ເວົ້າລວມ ແລະແຂວງຮ່າຕີ໊ງ-ບໍລິຄໍາໄຊ ເວົ້າສະເພາະໃຫ້ນັບມື້ນັບຮັດແໜ້ນ ແລະນໍ້າໃຈມິດຕະພາບໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

leftcenterrightdel
ບັນດາວິສາຫະກິດຂອງແຂວງຮ່າຕີ໊ງ ມອບເງິນໜູນຊ່ວຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ປະຊາຊົນແຂວງບໍລິຄໍາໄຊ. ພາບ: baohatinh.vn

ເນື່ອງໃນໂອກາດນີ້, ບັນດາວິສາຫະກິດຂອງແຂວງຮ່າຕີ໊ງ ໄດ້ໜູນຊ່ວຍເງິນກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ປະຊາຊົນລາວບັນດາເຜົ່າຢູ່ແຂວງບໍລິຄໍາໄຊ.

ໂດຍ: ທູຈາງ