ທີ່ການຕ້ອນຮັບ, ທ່ານ ວິໄລ ສີສະມຸດ, ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງຄຳເກີດ ເນັ້ນໜັກວ່າ, ບຸນປີໃໝ່ປະຈໍາຊາດ ມີຄວາມໝາຍພິເສດສໍາລັບປະຊາຊົນຫວຽດນາມ ແລະລາວ. ເຖິງວ່າເວລາຈັດຕັ້ງຂອງສອງປະເທດທີ່ແຕກຕ່າງກັນ, ແຕ່ລ້ວນແຕ່ມີຄວາມໝາຍພິເສດ.

leftcenterrightdel
ການພົບປະດໍາເນີນໃນບັນຍາກາດອັນອົບອຸ່ນ ແລະສາມັກຄີ. ພາບ: baohatinh.vn.

ເນື່ອງໃນໂອກາດນີ້, ພະນັກງານ ແລະປະຊາຊົນບັນດາເຜົ່າເມືອງຄຳເກີດ ອວຍພອນພະນັກງານ ແລະປະຊາຊົນເມືອງຫວູກວາງ ຕ້ອນຮັບບຸນປີໃໝ່ປະຈໍາຊາດຢ່າງມ່ວນຊື່ນ, ອົບອຸ່ນ, ມີຄວາມຜາສຸກ ແລະຢູ່ດີມີແຮງຈະເລີນຮັ່ງມີ, ປະສົບຜົນສໍາເລັດໃໝ່. ອວຍພອນອົງຄະນະພັກເມືອງຫວູກວາງ ສືບຕໍ່ຊີ້ນໍາ, ນໍາພາການປະຕິບັດບັນດາເປົ້າໝາຍ, ໜ້າທີ່ປີ 2020 ຢ່າງມີໄຊ, ພິເສດແມ່ນຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກເມືອງຫວູກວາງ ຄັ້ງທີ V ສຳເລັດຜົນ.

leftcenterrightdel
ການນໍາເມືອງຫວູກວາງ ຮັບຂອງຂວັນຈາກພະນັກງານ, ປະຊາຊົນເມືອງຄໍາເກີດ. ພາບ: baohatinh.vn.

ຕາງໜ້າການນໍາເມືອງ,  ທ່ານນາງ ຫງວຽນທິຮ່າເຕິນ ເລຂາຄະນະພັກເມືອງຫວູກວາງ ສະແດງຄວາມຂອບອົກຂອບໃຈຕໍ່ອາລົມຈິດອັນດີງາມເຊິ່ງພະນັກງານ ແລະປະຊາຊົນບັນດາເຜົ່າເມືອງຄຳເກີດ ສະຫງວນໃຫ້ພະນັກງານ ແລະປະຊາຊົນເມືອງຫວູກວາງ, ພ້ອມທັງປາດຖະໜາວ່າສອງເມືອງຫວູກວາງ - ຄໍາເກີດ ນັບມື້ນັບຮັດແໜ້ນນໍ້າໃຈສາມັກຄີ, ການຮ່ວມມື, ພົບປະແລກປ່ຽນ, ແບ່ງປັນບົດຮຽນເຊິ່ງກັນ ແລະກັນເພື່ອພ້ອມກັນພັດທະນາ.

ໂດຍ: ເຈິ່ນຮວ່ຽນ