leftcenterrightdel
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ໃຫ້ຮູ້ວ່າ, ປີ 2019 ໄດ້ເຫັນປະຈັກຕາບັນດາບາດກ້າວພັດທະນາໃໝ່ເປັນໜ້າເອກອ້າງທະນົງໃຈໃນການພົວພັນ ຫວຽດນາມ-ລາວ. ການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານໃນບັນດາຂົງເຂດພວມເຂົ້າສູ່ແທດຈິງ, ມີປະສິດທິຜົນກວ່າ, ພິເສດໃນບັນດາຂົງເຂດການເມືອງ, ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ການຮ່ວມມືດ້ານເສດຖະກິດມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າດ້ວຍບັນດາໂຄງການມີຄວາມໝາຍຍຸດທະສາດຍາວນານ, ເຊື່ອມຕໍ່ສອງພື້ນຖານເສດຖະກິດ; ປະສິດທິຜົນໃນການພົບປະແລກປ່ຽນ ແລະການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດສືບຕໍ່ໄດ້ຮັບການເພີ່ມທະວີ.

leftcenterrightdel
ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າລັດຖະບານລາວ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານພົ້ນເດັ່ນ ເຊິ່ງພັກ ແລະປະຊາຊົນຫວຽດນາມ ບັນລຸໄດ້ໃນປີ 2019. ພ້ອມທັງຢັ້ງຢືນວ່າ ບັນດາຜົນງານອັນໃຫຍ່ຫຼວງນັ້ນ ຈະສືບຕໍ່ແມ່ນພື້ນຖານສໍາຄັນເພື່ອໃຫ້ຫວຽດນາມ ບັນລຸໄດ້ເປົ້າໝາຍຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະທັນສະໄໝ.

leftcenterrightdel
ລາຍການສະແດງສິລະປະຕ້ອນຮັບລະດູບານໃໝ່ປີຊວດ 2020. ພາບ: ສໍານັກຂ່າວສານຫວຽດນາມ.

ພິທີຍັງໄດ້ແນະນໍາບັນດາເຍື່ອງອາຫານທີ່ເປັນມູນເຊື້ອ, ເປັນເອກະລັກສະເພາະໃນບຸນປີໃໝ່ປະຈໍາຊາດຫວຽດນາມ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດພ້ອມກັນຮັບຟັງຂັບກວານຮໍ້, ບົດເພງກ່ຽວກັບນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງປະເທດ ແລະພ້ອມກັນຟ້ອນລໍາວົງທີ່ເປັນມູນເຊື້ອຂອງປະຊາຊົນລາວ ບັນດາເຜົ່າອ້າຍນ້ອງ.

ໂດຍ: ເຈິ່ນຮວ່ຽນ