leftcenterrightdel
 ບັນຍາກາດທີ່ການຕ້ອນຮັບ. ພາບ: baonghean.vn.

ທ່ານ ໜໍບີຫາ ຕົ່ງປາວ ປະທານຄະນະກວດກາພັກ-ລັດແຂວງຊຽງຂວາງ ຢັ້ງຢືນວ່າ ໃນການພັດທະນາຂອງແຂວງມີການປະກອບສ່ວນສໍາຄັນຂອງພະນັກງານ, ນັກຮົບທະຫານເຂດ 4. ໃນໄລຍະຜ່ານມາ, ກົມກອງໄດ້ໜູນຊ່ວຍໃຫ້ບັນດາກົມກອງກອງທັບຂອງແຂວງຊຽງຂວາງ ຫຼາຍຢ່າງໃນວຽກງານຝຶກແອບ, ກໍ່ສ້າງພະນັກງານ, ກໍ່ສ້າງກໍາລັງປະກອບອາວຸດ ກໍ່ຄືການກໍ່ສ້າງພື້ນຖານໂຄງລ່າງ, ຊ່ວຍເຫຼືອປະຊາຊົນຜັນຂະຫຍາຍບັນດາຮູບແບບພັດທະນາເສດຖະກິດເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ. ຈາກນັ້ນ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບຫວຽດນາມ-ລາວ ເວົ້າລວມ, ລະຫວ່າງທະຫານເຂດ 4 ແລະແຂວງຊຽງຂວາງ ເວົ້າສະເພາະ. ໃນໄລຍະຈະມາເຖິງ, ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຊຽງຂວາງ ປາດຖະໜາຢາກໃຫ້ພະນັກງານ, ນັກຮົບທະຫານເຂດ 4 ພ້ອມກັບບັນດາກົມກອງສັງກັດທະຫານເຂດ 4 ສືບຕໍ່ຄຽງບ່າຄຽງໄຫຼ່, ຮັດແໜ້ນນໍ້າໃຈສາມັກຄີເພື່ອໜູນຊ່ວຍພ້ອມກັນພັດທະນາແບບຍືນຍົງ.

leftcenterrightdel
ຄະນະປະຕິບັດງານແຂວງຊຽງຂວາງ, ປະເທດລາວ ມອບດອກໄມ້ ແລະອວຍພອນປີໃໝ່ບັນດາພະນັກງານ, ນັກຮົບທະຫານເຂດ 4. ພາບ: baonghean.vn.

ທ່ານພົນຈັດຕະວາ ຮ່າເຕິນຕ໊ຽນ ຮອງຜູ້ບັນຊາການທະຫານເຂດ 4 ສະແດງຄວາມຂອບອົກຂອບໃຈຕໍ່ຄະນະປະຕິບັດງານແຂວງຊຽງຂວາງ, ພ້ອມທັງຢັ້ງຢືນວ່າ, ຜົນແຫ່ງການປະຕິບັດງານຂອງທະຫານເຂດ 4 ມີການປະກອບສ່ວນ, ໜູນຊ່ວຍຂອງອຳນາດການປົກຄອງ, ບັນດາກົມກອງທະຫານ ແລະປະຊາຊົນແຂວງຊຽງຂວາງ. ພິເສດ, ໃນການປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ. ໃນໄລຍະຈະມາເຖິງ, ທະຫານເຂດ 4 ຈະເພີ່ມທະວີຄວາມສາມັກຄີລະຫວ່າງກອງທັບສອງຝ່າຍໃຫ້ຫຼາຍກວ່າອີກ, ສືບຕໍ່ປະຕິບັດເນື້ອໃນໃນໂຄງການຮ່ວມມືທີ່ສອງຝ່າຍລົງນາມແນໃສ່ເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງຝ່າຍໃຫ້ເປັນຢ່າງດີ.

ໂດຍ: ເຈິ່ນຮວ່ຽນ