ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານ ມາຍແທັງທັ໊ງ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງບີ່ງດີ້ງ ຢັ້ງຢືນວ່າ, “ຫວຽດນາມ - ລາວ, ແມ່ນສອງປະເທດທີ່ມີສາຍພົວພັນສະໜິດຕິດພັນ, ສັດຊື່ບໍລິສຸດ. ດ້ວຍສາຍພົວພັນແບບພິເສດນັ້ນ, ໃນຫຼາຍປີຜ່ານມາ, ແຂວງບີ່ງດີ້ງ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາລາວ ທີ່ມາສຶກສາຮໍ່າຮຽນ, ຄົ້ນຄວ້າຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນນະຄອນກຸຍເຍີນ, ໃນນັ້ນຫຼາຍທີ່ສຸດແມ່ນຢູ່ມະຫາວິທະຍາໄລກຸຍເຍີນ. ດ້ວຍຄວາມຫວັງວ່າ, ບັນດາໂຄງການກໍ່ສ້າງຈະຊ່ວຍໃຫ້ນັກສຶກສາລາວ ມີຄວາມຮູ້ທີ່ມີປະໂຫຍດ, ມີສະພາບແວດລ້ອມດຳລົງຊີວິດ ແລະຮໍ່າຮຽນທີ່ດີເພື່ອຝຶກຝົນຫຼໍ່ຫຼອມ, ກາຍເປັນຜູ້ທີ່ມີປະໂຫຍດໃຫ້ສັງຄົມ, ປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດລາວ ສວຍງາມ. ເຊື່ອໝັ້ນວ່າ, ພວກເພື່ອນນັກສຶກສາລາວ ຈະມີບັນດາອະນຸສອນທີ່ດີໃນໄລຍະຮໍ່າຮຽນ, ດໍາລົງຊີວິດຢູ່ກຸຍເຍີນ - ບີ່ງດີ້ງ ແລະຍາມໃດກໍ່ຮັກສາ, ຕັ້ງໜ້າເພີ່ມພູນຄູນສ້າງ, ເສີມຂະຫຍາຍນໍ້າໃຈມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

leftcenterrightdel
ນັກສຶກສາລາວ  ຮັບອັງເປົາ ເຊິ່ງແມ່ນຮີດຄອງປະເພນີໃນບຸນປີໃໝ່ປະຈໍາຊາດຂອງຊາວຫວຽດ ນາມ. ພາບ: ຊາວລີ.

ການພົບປະສັງສັນດັ່ງກ່າວແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ລາຍການ “ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ” ປີ 2020 ໂດຍສະຫະພັນສົມທົບກັບສະມາຄົມມິດຕະພາບຫວຽດນາມ - ລາວ ແລະບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງ. ການເຄື່ອນໄຫວນີ້ຊ່ວຍໃຫ້ນັກສຶກສາລາວ ເຂົ້າໃຈກວ່າກ່ຽວກັບບັນດາຈຸດວັດທະນະທໍາ, ມູນເຊື້ອທີ່ເປັນເອກະລັກສະເພາະຂອງຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ