leftcenterrightdel
ພະສັງຄະນາຍົກ ທິກມິງກວາງ ໄດ້ແຈ້ງໃຫ້ຊາບບັນດາການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຂອງວັດໃນປີ 2019. ພາບ: nhandan.com.vn.

ທີ່ພິທີ, ພະສັງຄະນາຍົກ ທິກມິງກວາງ ເຈົ້າອາວາດວັດເຟິດຕິກ ໄດ້ແຈ້ງໃຫ້ຊາບບັນດາການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຂອງວັດໃນປີ 2019, ວັດເຟິດຕິກ ໄດ້ສົມທົບກັບບັນດາອົງການຈັດຕັ້ງຕ່າງໆຈັດຕັ້ງກິດຈະກໍາທີ່ມີຄວາມໝາຍຄືຈັດຕັ້ງການຮັບບໍລິຈາກເພື່ອໄປຊ່ວຍເຫຼືອຄົນລາວ ທີ່ຖືກຜົນສະທ້ອນຈາກໄພທໍາມະຊາດ, ນໍ້າຖ້ວມຢູ່ບັນດາແຂວງພາກກາງ ແລະພາກໃຕ້ຂອງລາວ ເມື່ອເດືອນ ກັນຍາ ຜ່ານມາ, ພົ້ນເດັ່ນທີ່ສຸດແມ່ນພ້ອມກັບສູນກາງສະມາຄົມພຸດທະສາສະໜາຫວຽດນາມ ສົມທົບກັບສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດສາກົນສາສະໜາພຸດຫວຽດນາມ ຄັ້ງທໍາອິດ ຢູ່ລາວ ແລະຈັດຕັ້ງສໍາເລັດງານບຸນໃຫຍ່ພິທີສູດສັກອະນິດຈາອາໄລຫານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ເສຍສະຫຼະເພື່ອພື້ນຖານເອກະລາດ, ປົດປ່ອຍຊາດຂອງປະເທດລາວ.

leftcenterrightdel
ຊາວຫວຽດນາມ ເຂົ້າຮ່ວມພິທີສົ່ງທ້າຍປີເກົ່າຢ່າງອົບອຸ່ນຢູ່ວັດເຟິດຕິກເປັນຈໍານວນຫຼວງຫຼາຍ. ພາບ: nhandan.com.vn. 

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີຊວດ ໃກ້ຈະມາຮອດ, ວັດເຟິດຕິກ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງການມອບຂອງຂວັນ 150 ພູດໃຫ້ແກ່ບັນດາຄອບຄົວຊາວຫວຽດນາມ ທີ່ປະສົບຄວາມທຸກຍາກທີ່ອາໄສຢູ່ນະຄອນຫຼວງວຽງຈັນ, ຂອງຂວັນແຕ່ລະພູດມີມູນຄ່າ 200.000 ກີບ. ພະສັງຄະນາຍົກ ທິກມິງກວາງ ໃຫ້ຮູ້ວ່າຕື່ມອີກວ່າ, ວັດເຟິດຕິກ ໄດ້ສົມທົບກັບ ສະມາຄົມໃຫຍ່ຊາວຫວຽດນາມ ຢູ່ລາວ ກະກຽມຂອງຂວັນໄດ້ 500 ພູດ, ພູດລະ 400.000 ກີບເພື່ອວ່າໃນອະທິດໜ້າຈະໄປມອບໃຫ້ບັນດາຄອບຄົວຊາວຫວຽດນາມ ທີ່ປະສົບຄວາມທຸກຍາກຢູ່ບັນດາແຂວງພາກເໜືອຂອງລາວ ເພື່ອປະກອບສ່ວນໃຫ້ປະຊາຄົມຊາວຫວຽດນາມ ຢູ່ລາວ ຕ້ອນຮັບບຸນເຕັດຢ່າງອົບອຸ່ນ, ສະແດງຈິດໃຈເອື້ອເຟື້ອເພື່ອແຜ່, ຊ່ວຍເຫຼືອເຊິ່ງກັນ ແລະກັນຂອງຊາດຫວຽດນາມ.

ໂດຍ: ໄຊນີດາ