ກ່າວຄໍາເຫັນທີ່ພິທີ, ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດລາວ ໄດ້ຕີລາຄາສູງການຊ່ວຍເຫຼືອທີ່ທັນການ, ມີປະສິດທິຜົນໃນທຸກດ້ານຂອງອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະບັນດາການນໍາຂອງອົງການໄອຍະການປະຊາຊົນສູງສຸດຫວຽດນາມ ທີ່ໄດ້ສະຫງວນໃຫ້ອົງການໄອຍະການປະຊາຊົນສູງສຸດລາວ ໃນຕະຫຼອດ 30 ປີແຫ່ງການສ້າງຕັ້ງ ແລະພັດທະນາ.

leftcenterrightdel
ອົງການໄອຍະການປະຊາຊົນສູງສຸດຫວຽດນາມ ຕ້ອນຮັບຫຼຽນໄຊອິດສະຫຼະ ຊັ້ນ I ຂອງ ສປປ ລາວ. ພາບ: baovephapluat.vn

ທີ່ການພົບປະກັບການນໍາພັກ, ລັດ ແລະການພົບປະເຈລະຈາກັບທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດລາວ ກ່ອນໜ້ານັ້ນ, ທ່ານ ເລມີງຈິ໊ ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໄດ້ເນັ້ນໜັກວ່າການຕ້ອນຮັບຫຼຽນໄຊອັນປະເສີດເລີດລ້ຳຈາກລັດລາວ ແມ່ນກິດຈະກໍາມີຄວາມໝາຍທີ່ສຸດສຳລັບອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໃນຊຸມວັນຕົ້ນປີໃໝ່.

ທ່ານ ເລມີງຈິ໊ ໃຫ້ຄຳໝັ້ນສັນຍາວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຮັກສາ ແລະເພີ່ມທະວີສາຍພົວພັນການຮ່ວມມືມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະສອງປະເທດ ຫວຽດນາມ-ລາວ ອ້າຍນ້ອງເວົ້າລວມ ແລະລະຫວ່າງສອງຂະແໜງໄອຍະການ ລາວ-ຫວຽດນາມ ເວົ້າສະເພາະໃຫ້ນັບມື້ນັບພັດທະນາກວ່າອີກ.

ໂດຍ: ຈາງຫງວຽນ