ທີ່ການພົບປະເຈລະຈາ, ສອງຝ່າຍຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນຂອງກົນໄກກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງຕິດກັບຊາຍແດນຫວຽດນາມ ແລະລາວ; ຢັ້ງຢືນວ່າ ນີ້ແມ່ນກົນໄກກອງປະຊຸມສໍາຄັນ ແລະມີບົດບາດຕັ້ງໜ້າໃນການຮ່ວມມືຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາລະຫວ່າງອົງການໄອຍະການປະຊາຊົນສູງສຸດສອງປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບຈະຊຸກຍູ້ລະບຽບການເພື່ອໃຫ້ສົນທິສັນຍາວ່າດ້ວຍການຮ່ວມມືທາງດ້ານຍຸຕິທໍາໃນບັນຫາທາງອາຍາໃນຄັ້ງນີ້ໄດ້ຮັບການຮັບຮອງເອົາໂດຍໄວ, ປະກອບສ່ວນສ້າງກອບນິຕິກຳໃຫ້ອົງການທີ່ມີສິດອຳນາດສອງປະເທດຮ່ວມມືໃນການຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກໍາທີ່ມີການຈັດຕັ້ງຂ້າມຊາດໃຫ້ບັນລຸໄດ້ປະສິດທິຜົນຢ່າງຕັ້ງໜ້າໃຫ້ສົມບູນແບບ.

leftcenterrightdel
ທ່ານ ເລມີງຈິ໊ ແລະທ່ານ ຄໍາສານ ສຸວົງ ມອບ-ຮັບສົນທິສັນຍາວ່າດ້ວຍການຮ່ວມມືທາງດ້ານຍຸຕິທໍາໃນບັນຫາທາງອາຍາລະຫວ່າງຫວຽດນາມ ແລະລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ອົງການໄອຍະການປະຊາຊົນສູງສຸດສອງປະເທດເຫັນດີເປັນເອກະພາບສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນມາຢ້ຽມຢາມ ແລະເຮັດວຽກລະຫວ່າງສອງຝ່າຍ; ເພີ່ມທະວີການຍູ້ແຮງການຮ່ວມມືໃນການກໍ່ສ້າງໄອຍະກອນບົນພື້ນຖານການຮ່ວມມືທີ່ໄດ້ຮັບການລົງນາມ; ສືບຕໍ່ສ້າງເງື່ອນໄຂໃຫ້ອົງການໄອຍະການປະຊາຊົນບັນດາທ້ອງຖິ່ນ, ພິເສດແມ່ນບັນດາແຂວງທີ່ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື ຫຼືມີເສັ້ນຊາຍແດນລວມ ເພີ່ມທະວີການຮ່ວມມືໂດຍກົງໃນວຽກງານຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກໍາ ແລະແລກປ່ຽນດ້ານວິຊາການໄອຍະການ... ສິ້ນສຸດການພົບປະເຈລະຈາ, ທ່ານ ເລມີງຈິ໊ ແລະທ່ານ ຄໍາສານ ສຸວົງ ໄດ້ລົງນາມໃນສັນຍາໜູນຊ່ວຍດ້ານຕຸລາການວ່າດ້ວຍອາຍາລະຫວ່າງຫວຽດນາມ ແລະລາວ, ປ່ຽນແທນໃຫ້ສັນຍາປີ 1998.

ໂດຍ: ເຈິ່ນຮວ່ຽນ