ທີ່ການເຮັດວຽກ, ທ່ານນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ວ່າ ການມາຢ້ຽມຢາມ ແລະເຮັດວຽກຄັ້ງນີ້ຂອງຄະນະຜູ້ແທນແມ່ນແນໃສ່ກະກຽມໃຫ້ແກ່ການມອບຫຼຽນໄຊ, ຫຼຽນກາອັນສູງສົ່ງຂອງສະພາແຫ່ງຊາດລາວ ໃຫ້ບັນດາການນໍາສະພາແຫ່ງຊາດຫວຽດນາມ; ຜັນຂະຫຍາຍບັນດາເນື້ອໃນໃນບົດບັນທຶກຊ່ວຍຈໍາລະຫວ່າງຫ້ອງວ່າການສະພາແຫ່ງຊາດລາວ ແລະຫ້ອງວ່າການສະພາແຫ່ງຊາດຫວຽດນາມ ທີ່ໄດ້ຮັບການລົງນາມໃນເດືອນກໍລະກົດ 2019 ຢູ່ແຂວງຊຽງຂວາງ.

leftcenterrightdel
ທ່ານ ຫງວຽນແຮ້ງຟຸກ ແລະທ່ານນາງ ສວນສະຫວັນ ວິຍະເກດ. ພາບ: quochoi.vn.
leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: quochoi.vn.

ກ່ຽວກັບການຜັນຂະຫຍາຍບັນດາເນື້ອໃນໃນບົດບັນທຶກຊ່ວຍຈໍາລະຫວ່າງຫ້ອງວ່າການສະພາແຫ່ງຊາດລາວ ແລະຫ້ອງວ່າການສະພາແຫ່ງຊາດຫວຽດນາມ ທີ່ໄດ້ຮັບການລົງນາມໃນເດືອນກໍລະກົດ 2019 ຢູ່ແຂວງຊຽງຂວາງ ນັ້ນ, ທ່ານ ຫງວຽນແຮ້ງຟຸກ ຖືວ່າ, ໃນໄລຍະຈະມາເຖິງ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຈະຕັ້ງໜ້າ, ເປັນເຈົ້າການປະຕິບັດບັນດາໂຄງການຮ່ວມມືກັບຫ້ອງວ່າການສະພາແຫ່ງຊາດລາວ ພາຍໃຕ້ຫຼາຍຮູບການ; ໜູນຊ່ວຍຫ້ອງວ່າການສະພາແຫ່ງຊາດລາວ ປະຕິບັດບັນດາໂຄງການລະອຽດ, ຄື: ເພີ່ມທະວີກໍາລັງຄວາມສາມາດດ້ານຂໍ້ມູນຂ່າວສານ, ຄົ້ນຄວ້າ, ເພີ່ມທະວີກໍາລັງຄວາມສາມາດດ້ານຂ່າວສານລາຍວັນຂອງສະພາແຫ່ງຊາດລາວ, ຈັດຕັ້ງການຝຶກອົບຮົມວິຊາການ, ວິຊາສະເພາະ...

leftcenterrightdel
ທ່ານ ຫງວຽນແຮ້ງຟຸກ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: quochoi.vn.

ຕີລາຄາສູງບັນດາຂໍ້ສະເໜີຂອງທ່ານ ຫງວຽນແຮ້ງຟຸກ, ທ່ານນາງ ສວນສະຫວັນ ວິຍະເກດ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ, ໃນໄລຍະຜ່ານມາ, ຫ້ອງວ່າການສະພາແຫ່ງຊາດສອງປະເທດໄດ້ສົມທົບກັນເປັນຢ່າງດີໃນທຸກໆການເຄື່ອນໄຫວ, ພິເສດແມ່ນການສົມທົບກັນຜັນຂະຫຍາຍການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດລາວ, ຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດຂອງສອງປະເທດ.

leftcenterrightdel
ທ່ານນາງ ສວນສະຫວັນ ວິຍະເກດ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: quochoi.vn.

ເພື່ອປະຕິບັດບົດບັນທຶກຊ່ວຍຈໍາ, ທ່ານນາງ ສວນສະຫວັນ ວິຍະເກດ ປາດຖະໜາວ່າ ໃນໄລຍະຈະມາເຖິງຫວຽດນາມ ຈະຄົ້ນຄວ້າການຈັດຕັ້ງຊຸດຝຶກອົບຮົມໂຄສະນາເຜີຍແຜ່ຢູ່ລາວ, ອາດຈະພິຈາລະນາຈັດສົ່ງຊ່ຽວຊານໄປບຳລຸງສ້າງຢູ່ລາວ ເພື່ອມີພະນັກງານລາວ ຫຼາຍຄົນສາມາດເຂົ້າຮ່ວມຊຸດຝຶກອົບຮົມ, ຜ່ານນັ້ນຄຸນນະພາບການບຳລຸງສ້າງຈະບັນລຸໄດ້ໝາກຜົນດີກວ່າອີກ.

ໂດຍ: ທະນາພອນ