leftcenterrightdel
ບັນຍາກາດທີ່ການຕ້ອນຮັບ.  ພາບ: ຂັນໄຊ.

ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຕີລາຄາສູງຕໍ່ທ່ານ ເລມິງຈີ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ​ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການ​ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້​ແຕກ​ດອກອອກ​ຜົນງອກງາມ​ຍິ່ງໆຂຶ້ນ.

ໂອກາດດຽວກັນນີ້, ທ່ານ ເລມິງຈີ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ສະຫລະເວລາອັນມີຄ່າໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມແຈ້ງສະພາບການເດີນທາງມາຢ້ຽມຢາມ ແລະເຮັດວຽກໃນຄັ້ງ​ນີ້,​ ໃຫ້​ທ່ານປະທານປະເທດໄດ້ຮັບຊາບຕື່ມອີກ.

ຂ່າວ: ກິດຕາ