ທີ່ການເຮັດວຽກ, ຕາງໜ້າການນໍາເມືອງຮວ່ານກ໊ຽມ ໄດ້ແບ່ງປັນຢ່າງເປີດອົກເປີດໃຈກັບຄະນະປະຕິບັດງານຂອງລາວ ກ່ຽວກັບບັນດາບົດຮຽນໃນວຽກງານຄຸ້ມຄອງລັດ ໃນບໍລິເວນເມືອງ, ພິເສດແມ່ນວຽກງານຮັບເອກະສານ, ແກ້ໄຂລະບຽບການບໍລິຫານຂອງຄະນະກໍາມະການປະຊາຊົນເມືອງຮວ່ານກ໊ຽມ.

leftcenterrightdel
ບັນຍາກາດທີ່ການເຮັດວຽກຢູ່ຄະນະກໍາມະການປະຊາຊົນເມືອງຮວ່ານກ໊ຽມ. ພາບ: kinhtedothi.vn.

ພາຍຫຼັງຮັບຟັງການແບ່ງປັນແລ້ວ, ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານແຫ່ງ ສປປ ລາວ ສະແດງຄວາມສົນໃຈ ແລະຄວາມນິຍົມຊົມຊອບຕໍ່ຄຸນນະພາບ ແລະລະດັບຄວາມໄວໃນການປະຕິຮູບລະບຽບການບໍລິຫານຂອງຄະນະກໍາມະການປະຊາຊົນເມືອງຮວ່ານກ໊ຽມ ເວົ້າສະເພາະ, ລັດຖະບານຫວຽດນາມ ເວົ້າລວມ.

ຕາມທ່ານ ເພັດ ພົມພິພັກ ແລ້ວ, ລັດຖະບານລາວ ກໍກໍາລັງຍູ້ແຮງການພັດທະນາລັດຖະບານເອເລັກໂຕນິກ. ພາກສ່ວນປະຕູດຽວຢູ່ລາວ ກໍໄດ້ຜັນຂະຫຍາຍແລ້ວແຕ່ຍັງຊັກຊ້າຢູ່, ປັດຈຸບັນມີແຕ່ສຸມໃສ່ເຂົ້າໃນຂົງເຂດການລົງທຶນເທົ່ານັ້ນ. ກ່ຽວກັບຄວາມຫຍຸ້ງຍາກ ແລະການຊັກຊ້ານັ້ນສ່ວນຫຼາຍມາຈາກຂອບນິຕິກໍາ ແລະຂໍ້ຈໍາກັດກ່ຽວກັບເຕັກໂນໂລຢີ, ແຫຼ່ງຊັບພະຍາກອນມະນຸດ...

leftcenterrightdel
ທ່ານ ຫງວຽນຈີ໊ລຶກ ປະທານຄະນະກໍາມະການປະຊາຊົນເມືອງຮວ່ານກ໊ຽມ ມອບຂອງຂວັນໃຫ້ທ່ານ ເພັດ ພົມພິພັກ. ພາບ: kinhtedothi.vn

ທ່ານ ເຢືອງດຶກຕ໊ວນ ປະທານຄະນະກໍາມະການປະຊາຊົນເມືອງຮວ່ານກ໊ຽມ ສະແດງຄວາມຫວັງວ່າ ການແລກປ່ຽນເຮັດວຽກໃນຄັ້ງນີ້ອາດຈະກາຍເປັນຂົວຕໍ່ເພື່ອໃຫ້ເມືອງຮວ່ານກ໊ຽມ, ນະຄອນຮ່າໂນ້ຍ ເວົ້າສະເພາະ ແລະປະເທດຫວຽດນາມ ເວົ້າລວມນັບມື້ນັບສະໜິດຕິດພັນກັບລັດ ແລະປະຊາຊົນລາວອ້າຍນ້ອງ, ພ້ອມທັງປະກອບສ່ວນເຮັດໃຫ້ການພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ ເລິກເຊິ່ງຂຶ້ນຕື່ມ.

ໂດຍ: ໄຊຊະນະ