ກອງປະຊຸມສໍາມະນາແນໃສ່ເຮັດແຈ້ງກ່ຽວກັບການສ້າງຕັ້ງ, ພັດທະນາ ແລະສະພາບການຕົວຈິງຂອງພຸດທະສາສະໜາຫວຽດນາມ ຢູ່ລາວ, ການປະກອບສ່ວນຂອງພຸດທະສາສະໜາຫວຽດນາມ ຢູ່ລາວ ສໍາລັບປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ ກໍ່ຄືສໍາລັບການສ້າງສາ ແລະພັດທະນາປະເທດລາວ, ປັບປຸງ, ການພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະລາວ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາວິທະຍາສາດສາກົນພຸດທະສາສະໜາຫວຽດນາມ ຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ພະມະຫາອາຈານ ທິກບ໋າວງຽມ, ຮອງປະທານສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່າ: “ກອງປະຊຸມສໍາມະນາຄັ້ງນີ້ຄົ້ນຄວ້າການພັດທະນາຂອງພຸດທະສາສະໜາຫວຽດນາມ ຢູ່ລາວ. ຈາກນັ້ນກໍານົດທິດໃຫ້ການພົວພັນມິດຕະພາບລະຫວ່າງພຸດທະສາສະໜາສອງປະເທດ. ພ້ອມທັງຍັງສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະລັດຖະບານທີ່ມີຕໍ່ຄວາມຕ້ອງການດ້ານການເຫຼື້ອມໃສສາສະໜາ, ຄວາມຕ້ອງການໃນການເຂົ້າບວດຂອງຊາວຫວຽດນາມ ຢູ່ຕ່າງປະເທດ. ແນໃສ່ຊອກມາດຕະການຊ່ວຍເຫຼືອຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຮັດໃຫ້ການດໍາລົງຊີວິດເປັນປົກກະຕິ ແລະມີຄວາມເຊື່ອໝັ້ນຕໍ່ການເຫຼື້ອມໃສສາສະໜາຢູ່ປະເທດລາວ”.

leftcenterrightdel
 ມອບຂອງຂວັນໃຫ້ແກ່ປະຊາຊົນວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ສົມທົບກັບຄະນະຕິດຕໍ່ທົ່ວປະເທດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ໄດ້ຈັດຕັ້ງການມອບຂອງຂວັນ 550 ພູດໃຫ້ແກ່ນັກຮົບເກົ່າ, ຄອບຄົວທີ່ມີຄຸນງາມຄວາມດີຊ່ວຍເຫຼືອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ, ພ້ອມກັບບັນດາຄອບຄົວພຸດທະສາສະໜາຊາວຫວຽດນາມ ແລະລາວຢູ່ ນະຄອນຫຼວງວຽງຈັນ.

ໂດຍ: ກວຽດເຕິມ