ທີ່ການຕ້ອນຮັບ, ທ່ານ ຫວູຮົ່ງແທັງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ບົນພື້ນຖານຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ, ບັນດາອົງການຂອງສະພາແຫ່ງຊາດສອງຝ່າຍໄດ້ເພີ່ມທະວີບັນດາກິດຈະກໍາຮ່ວມມື, ແບ່ງປັນບົດຮຽນ. ບົນພື້ນຖານຮ່ວມມືດ້ານການເມືອງ, ການຮ່ວມມືດ້ານເສດຖະກິດຂອງສອງຝ່າຍກໍ່ໄດ້ຮັບການພັດທະນາ. ປີ 2019, ວົງເງິນນໍາເຂົ້າ-ສົ່ງອອກຂອງສອງປະເທດອາດຈະບັນລຸໄດ້ປະມານ 1 ລ້ານໂດລາສະຫະລັດ. ກ່ຽວກັບການລົງທຶນ, ຫວຽດນາມ ມີ 413 ໂຄງການໄດ້ ແລະພວມຜັນຂະຫຍາຍຢູ່ລາວ, ສາມາດເຫັນໄດ້ວ່າ ກິດຈະກໍາເສດຖະກິດໄດ້ມີການເຕີບໂຕພໍສົມຄວນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: quochoi.vn.

ທ່ານ ຫວູຮົ່ງແທັງ ກໍ່ໃຫ້ຮູ້ວ່າ, ພັກ ແລະລັດຫວຽດນາມ ຖືເປັນສໍາຄັນທີ່ສຸດຕໍ່ການພົວພັນທາງການທູດກັບ ສປປ ລາວ ແລະໃນໄລຍະຜ່ານມາໄດ້ມີບັນດາພະຍານຫຼັກຖານຢ່າງລະອຽດ. ແລະກອງປະຊຸມສໍາມະນາແລກປ່ຽນບົດຮຽນກ່ຽວກັບວຽກງານນິຕິບັນຍັດ, ຕົກລົງໂຄງການສໍາຄັນຂອງຊາດໄດ້ຮັບການຈັດຕັ້ງໃນວັນທີ 9 ທັນວາ 2019 ຈະຊ່ວຍໃຫ້ວຽກງານນິຕິບັນຍັດລະຫວ່າງສອງປະເທດບັນລຸໄດ້ບັນດາບາດກ້າວໃໝ່. ສິ່ງສໍາຄັນກວ່າແມ່ນຮັດແໜ້ນການພົວພັນສາມັກຄີລະຫວ່າງສອງປະເທດ.

ຕາງໜ້າຄະນະປະຕິບັດງານ, ທ່ານ ບຸນປອນ ສີສຸລາດ ຕີລາຄາສູງບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້. ທ່ານກໍ່ສະແດງຄວາມປາດຖະໜາວ່າ ຜ່ານກອງປະຊຸມສໍາມະນາທີ່ຈັດຕັ້ງໃນວັນທີ 9 ທັນວາ ຈະຊ່ວຍປະເທດລາວ ມີຫຼາຍຄໍາຄິດຄຳເຫັນ, ບົດຮຽນຕົວຈິງ. ພິເສດແມ່ນບັນດາເນື້ອໃນເຊິ່ງສອງກໍາມາທິການພວມຮັບຜິດຊອບ.

ໂດຍ: ທະນາພອນ