ຕອນບ່າຍວັນທີ 8 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ເລກ໊ວກມີງ ພ້ອມກັບຄະນະຜູ້ແທນສໍານັກຂ່າວສານຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ ສູນທອນ ຄັນທະວົງ ແລະຄະນະຜູ້ແທນສໍານັກຂ່າວສານປະເທດລາວ.

ທີ່ການພົບປະເຈລະຈາ, ສອງຝ່າຍແຈ້ງໃຫ້ກັນຊາບກ່ຽວກັບສະພາບການເຄື່ອນໄຫວ ແລະການພັດທະນາຂອງແຕ່ລະອົງການ, ໃນນັ້ນທັງສໍານັກຂ່າວສານປະເທດລາວ ແລະສໍານັກຂ່າວສານຫວຽດນາມ ລ້ວນແຕ່ສໍາເລັດບົດບາດ ແລະໜ້າທີ່ຂອງຕົນດ້ວຍຖານະແມ່ນອົງການທີ່ເປັນກະບອກສຽງຂອງລັດຖະບານ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນຂ່າວສານຂອງຍຸກສະໄໝເຕັກນິກດີຈີຕອນ.

leftcenterrightdel
ທ່ານ ເລກ໊ວກມີງ ແລະທ່ານ ສູນທອນ ຄັນທະວົງ ລົງນາມໃນບົດບັນທຶກການພົບປະເຈລະຈາ. ພາບ: nhandan.com.vn.

ສອງຝ່າຍເຫັນດີເປັນເອກະພາບ ແລະເພິ່ງພໍໃຈເມື່ອເຫັນວ່າການຮ່ວມມືໃນຂົງເຂດວິຊາການລະຫວ່າງສອງອົງການສໍານັກຂ່າວສານສືບຕໍ່ພັດທະນາຢ່າງມີປະສິດທິຜົນໃນປີ 2019, ພິເສດແມ່ນໃນການເພີ່ມທະວີການແລກປ່ຽນຂ່າວ ແລະພາບປະຈໍາວັນ, ກໍ່ຄືການໜູນຊ່ວຍດ້ານເຕັກນິກ ແລະບໍາລຸງດ້ານວິຊາການ, ປະກອບສ່ວນປະຕິບັດໜ້າທີ່ການເມືອງຂອງແຕ່ລະຝ່າຍເປັນຢ່າງດີ, ພ້ອມທັງເພີ່ມທະວີການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ເພື່ອແນໃສ່ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ, ກໍ່ຄືສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ.

ເນື່ອງໃນໂອກາດນີ້, ທ່ານ ສູນທອນ ຄັນທະວົງ ໄດ້ຕີລາຄາສູງການຊ່ວຍເຫຼືອຂອງສໍານັກຂ່າວສານຫວຽດນາມ ໃຫ້ສໍານັກຂ່າວສານປະເທດລາວ ໃນ ຂົງເຂດເຕັກນິກ. ເລື່ອງສໍານັກຂ່າວສານຫວຽດນາມ ສືບຕໍ່ການໜູນຊ່ວຍສາຍອິນເຕີແນັດຄວາມໄວສູງ ແລະສະໜອງບາງອຸປະກອນຈໍາເປັນຈຳນວນໜຶ່ງໄດ້ ປະກອບສ່ວນສໍາຄັນໃຫ້ແກ່ການພັດທະນາຂອງສໍານັກຂ່າວສານປະເທດລາວ.

ທ່ານ ເລກ໊ວກມີງ ແລະທ່ານ ສູນທອນ ຄັນທະວົງ ໄດ້ລົງນາມໃນບົດບັນທຶກການພົບປະເຈລະຈາລະຫວ່າງສອງອົງການ.

ໂດຍ: ເຈິ່ນຮວ່ຽນ