ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ, ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເນັ້ນໜັກວ່າ: ປີ 2019 ມີຄວາມໝາຍສໍາຄັນພິເສດສໍາລັບປະຊາຊົນສອງປະເທດຫວຽດນາມ ແລະລາວ. ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໃນຕົ້ນເດືອນຕຸລາ 2019, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ-ຫວຽດນາມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ “ສືບຕໍ່ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ຍິ່ງໃຫຍ່ ຫວຽດນາມ - ລາວ ແລະແບ່ງປັນບົດຮຽນວຽກງານຊົນເຜົ່າ”. ພາບ: nhandan.com.vn

ການນໍາສອງປະເທດ ໄດ້ຢັ້ງຢືນຄວາມຕັດສິນໃຈໃສ່ຮັກສາ, ເພີ່ມພູນຄູນສ້າງ, ພັດທະນາການພົວພັນສອງປະເທດບົນຈິດໃຈເອກະລາດ, ເປັນເຈົ້ນຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍທ່າແຮງ ແລະຄວາມສາມາດບົ່ມຊ້ອນຂອງສອງຝ່າຍ; ພ້ອມທັງຍົກສູງປະສິດທິຜົນ, ຄຸນນະພາບການຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ...

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ປະກອບຄໍາຄິດເຫັນ, ແບ່ງປັນບົດຮຽນກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ ແລະການພັດທະນາແບບຍືນຍົງເຂດຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ; ບົດຮຽນກ່ຽວກັບການອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອອັນດີງາມຂອງປະຊາຄົມບັນດາຊົນເຜົ່າສ່ວນໜ້ອຍທີ່ດໍາລົງຊີວິດຢູ່ລຽບ ຕາມເຂດຊາຍແດນ ຫວຽດນາມ - ລາວ; ບົດຮຽນກໍ່ສ້າງກຸ່ມກ້ອນມະຫາສາມັກຄີຂອງປະຊາຄົມບັນດາຊົນເຜົ່າສ່ວນໜ້ອຍ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ...

ໂດຍ: ໄຊຊະນະ