ຕາມນັ້ນແລ້ວ, ພາຍຫຼັງເປີດກວ້າງບໍລິເວນຊອກຫາເປັນຫຼາຍວັນ, ຕອນບ່າຍວັນທີ 5 ທັນວາ, ກອງທ້ອນໂຮມ 589 - ກອງບັນຊາການທະຫານແຂວງກວາງບີ່ງ ໄດ້ຄົ້ນພົບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ບ້ານໜອງປີງ, ເມືອງບົວລະພາ, ແຂວງຄໍາມ່ວນ, ລາວ ຕື່ມອີກ 2 ອັດຖິ.

leftcenterrightdel
ກອງທ້ອນໂຮມ 589 - ກອງບັນຊາການທະຫານແຂວງກວາງບີ່ງ ໄດ້ຄົ້ນພົບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວຕື່ມອີກ 2 ອັດຖິ. ພາບ: ທະຫານເຂດ 4.

ກ່ອນໜ້ານັ້ນ, ຢູ່ຖໍ້າຫີນນີ້, ກອງທ້ອນໂຮມ 589 ກໍ່ໄດ້ຄົ້ນພົບ ແລະຊຸດຄົ້ນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 4 ອັດຖິ, ຍົກຈໍານວນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ທ້ອນໂຮມໄດ້ໃນ 2 ເດືືອນຕົ້ນລະດູແລ້ງ 2019-2020 ຢູ່ ລາວຂຶ້ນ 10 ອັດຖິ.

ໂດຍ: ໄຊນີດາ