ທ່ານ ດ່າວຫວຽດຈູງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດ ແລະປະຊາຊົນລາວ ຈະສືບຕໍ່ຍາດໄດ້ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າໃນການປະຕິບັດບັນດາຄາດໝາຍຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໄດ້ວາງອອກ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນສຳເລັດ, ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XI ຂອງພັກ,  ປະຕິບັດສຳເລັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (ໄລຍະ 2016-2020), ສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ ສຳເລັດຜົນ.

leftcenterrightdel
ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບທ່ານ ດ່າວຫວຽດຈູງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດຫວຽດນາມ. ພາບ: vov.vn

ລາຍງານຕໍ່ທ່ານ ບຸນຍັງ ວໍລະຈິດ ກ່ຽວກັບໝາກຜົນການພົບປະເຈລະຈາກັບທ່ານ ຄຳເມິງ ພົງທະດີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດລາວ ທີ່ດໍາເນີນກ່ອນໜ້ານັ້ນ, ທ່ານ ດ່າວຫວຽດຈູງ ໃຫ້ຮູ້ວ່າ, ການພົບປະເຈລະຈາໄດ້ປະສົບຜົນສໍາເລັດຢ່າງຈົບງາມ. ສອງຝ່າຍໄດ້ປຶກສາຫາລືບັນດາເນື້ອໃນເຊິ່ງສອງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງສະເໜີບັນດາມາດຕະການປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງຫ້ອງວ່າການສໍານັກງານປະທານປະເທດຫວຽດນາມ ແລະລາວ...

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາລະຫວ່າງສອງຫ້ອງວ່າການສໍານັກງານປະທານປະເທດ. ພາບ: vov.vn

ຕີລາຄາສູງການຮ່ວມມືລະຫວ່າງສອງຫ້ອງວ່າການສໍານັກງານປະທານປະເທດ ໃນໄລຍະຜ່ານມາ, ທ່ານ ບຸນຍັງ ວໍລະຈິດ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ຫ້ອງວ່າການສໍານັກງານປະທານປະເທດຂອງລາວ ແລະຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອປະຕິບັດວຽກງານເສນາທິການໃຫ້ການນໍາສອງປະເທດ, ປະຕິບັດໜ້າທີ່ ເຊິ່ງສອງພັກ, ສອງລັດ ມອບໝາຍໃຫ້, ປະກອບສ່ວນພັດທະນາ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ເປັນຢ່າງດີ.

ໂດຍ: ກວຽດເຕິມ