ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫວໍຕ໊ວນເຍີນ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ໃຫ້ຮູ້ວ່າ, ສອງຝ່າຍສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນໃນບັນດາຂົງເຂດທີ່ການນໍາພັກ, ລັດ, ລັດຖະບານສອງປະເທດໄດ້ເຫັນດີເປັນເອກະພາບຢູ່ກອງປະຊຸມຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ ກໍ່ຄືບັນດາຂໍ້ຕົກລົງຮ່ວມມື ເຊິ່ງສອງກະຊວງໄດ້ລົງນາມແລ້ວ. ພ້ອມທັງປຶກສາຫາລື, ເຫັນດີເປັນເອກະພາບຕໍ່ແຜນການຈັດຕັ້ງກອງປະຊຸມລັດຖະມົນຕີຫວຽດນາມ ແລະລາວ ກ່ຽວກັບການຮ່ວມມືໃນການອະນຸລັກຮັກສາຊີວະພາບຫຼາຍຮູບຫຼາຍແບບ ເຊິ່ງລັດຖະມົນຕີສອງທ່ານໄດ້ຢັ້ງຢືນກ່ຽວກັບແຜນນະໂຍບາຍ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baochinhphu.vn.

ທີ່ກອງປະຊຸມ, ສອງກະຊວງໄດ້ພ້ອມກັນເຫັນດີເປັນເອກະພາບສະເໜີຕໍ່ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະກະຊວງສຶກສາ ແລະກິລາລາວ ເພື່ອນໍາທຶນສຶກສາກໍ່ສ້າງ, ບໍາລຸງໄລຍະສັ້ນກ່ຽວກັບວິຊາສະເພາະ, ວິຊາການ 100 ທຶນໃຫ້ແກ່ພະນັກງານກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມລາວ ມາຮໍ່າຮຽນຢູ່ຫວຽດນາມ ໃນຂອບເຂດແຜນຮ່າງ “ຍົກສູງຄຸນນະພາບ ແລະປະສິດທິຜົນການຮ່ວມມືຫວຽດນາມ-ລາວ ໃນຂົງເຂດການສຶກສາ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ ໄລຍະ 2011-2020”... ເຂົ້າແຜນການຮ່ວມມືໃນປີ 2020 ລະຫວ່າງລັດຖະບານສອງປະເທດ. ພ້ອມທັງສອງຝ່າຍພ້ອມກັນຄົ້ນຄວ້າສະເໜີກໍ່ສ້າງບັນດາໂຄງການໃໝ່ໃນຂົງເຂດຄຸ້ມຄອງທີ່ດິນ, ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ... ນໍາໃຊ້ແຫຼ່ງທຶນໜູນຊ່ວຍຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ລັດຖະບານລາວ ເພື່ອເຫັນດີເປັນເອກະພາບຕໍ່ເນື້ອໃນການຮ່ວມມື, ກ້າວເຖິງການສ້າງບັນດາໂຄງການເພື່ອຍື່ນສະເໜີຕໍ່ຄະນະກຳມະການຮ່ວມມືສອງປະເທດພິຈາລະນາ, ກະກຽມງົບປະມານເພື່ອປະຕິບັດໃນຊຸມປີຈະມາເຖິງ.

ໂດຍ: ຄໍາແພງ