ດ້ວຍຫົວຂໍ້ “ຫວຽດນາມ-ປະເທດທີ່ຂ້າພະເຈົ້າຮັກ”, ບັນດານັກສຶກສາລາວ ໄດ້ນຳສະເໜີບົດແຂ່ງຂັນຂອງຕົນເປັນພາສາຫວຽດນາມ ດ້ວຍເນື້ອໃນຍ້ອງຍໍສັນລະເສີນມູນເຊື້ອ, ປະຫວັດສາດ, ວັດທະນະທໍາຂອງຫວຽດນາມ, ຄວາມຮູ້ສຶກທີ່ມີຕໍ່ຊາວຫວຽດນາມ, ທຳມະຊາດ, ທັດສະນີຍະພາບຂອງຫວຽດນາມ, ບົດຮຽນໃນການຮໍ່າຮຽນພາສາຫວຽດນາມ, ບັນດາອານຸສອນອັນເລິກເຊິ່ງກ່ຽວກັບຊີວິດ, ການຮໍ່າຮຽນ ແລະດໍາລົງຊີວິດຢູ່ຫວຽດນາມ.

leftcenterrightdel
ທ່ານ ຟຸ່ງຊວນຍ້າ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະທ່ານ ເຈິ່ນວັນຕຸ໊ຍ ປະທານສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ມອບໃບຍ້ອງຍໍແລະລາງວັນພິເສດໃຫ້ແກ່ທ້າວ Boun Soukhaluck ທີ່ມາຈາກມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລທ໊າຍງວຽນ. ພາບ: moet.gov.vn.

ນີ້ແມ່ນຄັ້ງທໍາອິດທີ່ການແຂ່ງຂັນບັນລະຍາຍພາສາຫວຽດນາມ ໃຫ້ແກ່ນັກຮຽນລາວ ຢູ່ຫວຽດນາມ ໄດ້ຈັດຕັ້ງດ້ວຍຂອບຂະໜາດທົ່ວປະເທດ ແນໃສ່ເພີ່ມທະວີການພົບປະແລກປ່ຽນວັດທະນະທໍາຫວຽດນາມ-ລາວ, ພ້ອມທັງສ້າງບ່ອນສະແດງຄວາມສາມາດ, ຊ່ວຍຍົກສູງຄວາມຮູ້ພາສາຫວຽດນາມ ໃຫ້ແກ່ນັກຮຽນລາວ ໃນໄລຍະທີ່ຮໍ່າຮຽນ ແລະດໍາລົງຊີວິດຢູ່ຫວຽດນາມ.

ສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ມອບລາງວັນພິເສດ ແລະໃບຍ້ອງຍໍໃຫ້ແກ່ທ້າວ  Boun Soukhaluck ທີ່ມາຈາກມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລທ໊າຍງວຽນ ບົດແຂ່ງຂັນດ້ວຍຫົວຂໍ້ “ນໍ້າໃຈມິດຕະພາບຫວຽດນາມ-ລາວ”. ຄະນະຈັດຕັ້ງໄດ້ມອບ 1 ລາງວັນທີໜຶ່ງ, 3  ລາງວັນທີສອງ, 7 ລາງວັນທີສາມ ແລະລາງວັນອື່ນຈຳນວນໜຶ່ງໃຫ້ແກ່ບັນດານັກສຶກສາທີ່ມີຜົນງານດີເດັ່ນໃນການແຂ່ງຂັນ.

ໂດຍ: ຄໍາແພງ