ທີ່ພິທີວັດທະນະທໍາຫວຽດນາມ-ລາວ, ໄດ້ສະແດງບັນດາລາຍການວັດທະນະທໍາ, ສິລະປະທີ່ເປັນເອກະລັກສະເພາະ, ເຂັ້ມຂຸ້ນໄປດ້ວຍສີສັນຂອງປະຊາຊົນລາວ, ສີສັນວັດທະນະທໍາບັນດາເຜົ່າຫວຽດນາມ; ບັນດາຜະລິດຕະພັນວັດທະນະທໍານາມມະທໍາ, ບໍ່ເປັນວັດຖຸຂອງປະເທດເພື່ອນມິດລາວ ໄດ້ນຳມາວາງສະແດງ, ແນະນໍາກັບບັນດາຄູອາຈານ, ນັກສຶກສາຫວຽດນາມ ແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈວັດທະນະທໍາລາວ ຕື່ມອີກ.

leftcenterrightdel
ບັນດາລາຍການວັດທະນະທໍາທີ່ເປັນເອກະລັກສະເພາະຂອງລາວ ໄດ້ສະແດງຢູ່ພິທີໄຂ. ພາບ: ເທ໊ບີ່ງ.

ລາຍການແມ່ນໜຶ່ງໃນບັນດາການເຄື່ອນໄຫວໃນຂອບເຂດຮອບຊີງຊະນະເລີດທົ່ວປະເທດ ການແຂ່ງຂັນບັນລະຍາຍພາສາຫວຽດນາມ ໃຫ້ແກ່ນັກຮຽນລາວ ຢູ່ຫວຽດນາມ ປີ 2019. ຜ່ານການເຄື່ອນໄຫວນີ້, ໄດ້ຕັ້ງໜ້າປະກອບສ່ວນເຮັດໃຫ້ສາຍພົວພັນແບບພິເສດຫວຽດນາມ-ລາວ ເລິກເຊິ່ງກວ່າອີກ, ເພີ່ມທະວີການຮ່ວມມືດ້ານວັດທະນະທໍາ, ການສຶກສາລະຫວ່າງສອງປະເທດ, ສ້າງກາລະໂອກາດທີ່ດີໃຫ້ແກ່ນັກຮຽນລາວ ທີ່ພວມຮໍ່າຮຽນ, ຄົ້ນຄວ້າຢູ່ມະຫາວິທະຍາໄລທ໊າຍງວຽນ, ບັນດາມະຫາວິທະຍາໄລໃນທົ່ວປະເທດໄດ້ພົບປະແລກປ່ຽນກັບນັກສຶກສາຫວຽດນາມ.

ໂດຍ: ຄໍາແພງ