leftcenterrightdel
ການກວດພະຍາດໃຫ້ແກ່ປະຊາຊົນເມືອງດັກຈຶງ, ແຂວງເຊກອງ. ພາບ: ແທງເຝືອກ.

ຄະນະປະຕິບັດງານໄດ້ມອບຂອງຂວັນໃຫ້ແກ່ປະຊາຊົນກຸ່ມບ້ານຕ່າງໆຢູ່ເມືອງດັກຈຶງ 200 ພູດ, ແຕ່ລະພູດມີມູນຄ່າ 500.000 ດົ່ງ, ລວມມີ, ນໍ້າປາ, ເກືອ, ແປ້ງນົວ... ຄຽງຂ້າງນັ້ນ, ຖັນແຖວແພດໝໍ, ທ່ານໝໍຂອງສຸກສາລາ CK42 (ກອງບັນຊາການທະຫານແຂວງ) ແລະພະແນກສາທາລະນະສຸກແຂວງກວາງນາມ ກໍ່ໄດ້ຈັດຕັ້ງການກວດພະຍາດ, ໃຫ້ຄໍາປຶກສາສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນກວ່າ 700 ເທື່ອຄົນ. ຍອດຈໍານວນເງິນທັງໝົດໃຫ້ແກ່ການຢ້ຽມຢາມ, ມອບຂອງຂວັນ, ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃນຄັ້ງນີ້ມີມູນຄ່າກວ່າ 200 ລ້ານດົ່ງ.

ໂດຍ: ໄຊນີດາ