leftcenterrightdel
ຖະໜົນເກົ່າໂຮ້ຍອານ. ພາບ: vntrip.vn.

ການນຳພະແນກຖະແຫຼງຂ່າວ ແລະສື່ມວນຊົນແຂວງກວ໋າງນາມ ໄດ້ແຈ້ງໃຫ້ຄະນະສື່ມວນຊົນລາວ ຮັບຊາບວ່າ, ປະຈຸບັນໃນແຂວງມີມໍລະດົກວັດທະນະທຳໂລກ 2 ແຫ່ງ, ປູສະນີຍະສະຖານແຫ່ງຊາດພິເສດ 4 ແຫ່ງ, ປູສະນີຍະສະຖານລະດັບຊາດ 62 ແຫ່ງ ແລະປູສະນີຍະສະຖານລະດັບແຂວງ 353 ແຫ່ງ. ໃນຊຸມປີຜ່ານມາ, ແຂວງກວ໋າງນາມ ໄດ້ມີຫຼາຍມາດຕະການ, ກົນໄກໃຫ້ແກ່ວຽກງານຄຸ້ມຄອງ, ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າບັນດາມໍລະດົກວັດທະນະທຳ... ຕາງໜ້າຄະນະ, ທ່ານ ສົມສະຫວາດ ພົງສາ ໄດ້ຂອບອົກຂອບໃຈຕໍ່ການແບ່ງປັນ, ແລກປ່ຽນບັນດາຂໍ້ມູນທີ່ມີຜົນປະໂຫຍດທີ່ການເຮັດວຽກ ແລະສະແດງຄວາມຊົມເຊີຍຕໍ່ບັນດາຜົນງານໃນວຽກງານໂຄສະນາເຜີຍແຜ່, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳ, ພັດທະນາການທ່ອງທ່ຽວຂອງແຂວງກວ໋າງນາມ. ພ້ອມທັງໃຫ້ຮູ້ວ່າ, ບັນດາບົດຮຽນໃນຂົງເຂດນີ້ຂອງແຂວງຈະແມ່ນບົດຮຽນອັນລ້ຳຄ່າເພື່ອໃຫ້ບັນດາອົງການສື່ມວນຊົນຂອງລາວ ຮ່ຳຮຽນເອົາ, ຜ່ານນັ້ນປະຕິບັດວຽກງານສື່ມວນຊົນ, ໂຄສະນາເຜີຍແຜ່, ອະນຸລັກຮັກສາມໍລະດົກວັດທະນະທຳຂອງປະເທດລາວໃນໄລຍະຈະມາເຖິງ.

ໂດຍ: ສົມເພັດ