ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການປະຕິບັດເນື້ອໃນບົດບັນທຶກຂໍ້ຕົກລົງທີ່ໄດ້ລົງນາມໃນປີ 2013 ຢູ່ຫຼວງພະບາງ (ລາວ) ແລະໝາກຜົນທີ່ບັນລຸໄດ້ໃນວຽກງານຄຸ້ມຄອງລັດກ່ຽວກັບພາສີໃນບັນດາຂົງເຂດ, ຄື: ປະຕິຮູບລະບຽບການບໍລິຫານ, ຫັນພາສີເປັນທັນສະໄໝ... ໃນການພົບປະເຈລະຈາ, ສອງຝ່າຍໄດ້ພ້ອມກັນແລກປ່ຽນບົດຮຽນກ່ຽວກັບວິຊາສະເພາະ; ພ້ອມທັງປຶກສາຫາລືເຫັນດີເປັນເອກະພາບເພື່ອແນໃສ່ປັບປຸງສາຍພົວພັນຮ່ວມມື, ແລກປ່ຽນ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນບັນດາຂົງເຂດວິຊາສະເພາະ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ພະແນກພາສີແຂວງດ້ຽນບຽນ.

ໃນນັ້ນ, ສອງຝ່າຍເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວດ້ານການຄ້າ, ຮັບປະກັນຄວາມໝັ້ນຄົງດ້ານການຄ້າຕາມຂໍ້ຕົກລົງຮ່ວມມືລະຫວ່າງສອງລັດຖະບານ... ພ້ອມກັນນັ້ນ, ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບຕໍ່ເລື່ອງສົມທົບ, ສະໜອງ, ແລກປ່ຽນຂໍ້ມູນຂ່າວສານຮັບໃຊ້ວຽກງານກວດກາຕ້ານການຄ້າເຖື່ອນ, ສໍ້ໂກງການຄ້າ. ຄຽງຂ້າງນັ້ນ, ສອງຝ່າຍກໍ່ເພີ່ມທະວີການພົວພັນພົບປະແລກປ່ຽນ, ຮໍ່າຮຽນ, ແລກປ່ຽນບົດຮຽນ, ຊ່ວຍເຫຼືອກັນໃນຂົງເຂດວິຊາສະເພາະດ້ານເຕັກນິກ, ພົບປະແລກປ່ຽນວັດທະນະທໍາສິລະປະ...

ໃນໄລຍະ 1 ປີ, ສອງຝ່າຍຈັດຕັ້ງກອງປະຊຸມແລກປ່ຽນວຽກງານ 2 ຄັ້ງ ໃນເດືອນມິຖຸນາ ແລະເດືອນທັນວາ, ຜັດປ່ຽນກັນຈັດຕັ້ງເພື່ອພົບປະ, ແລກປ່ຽນບົດຮຽນ ແລະແກ້ໄຂບັນດາຂໍ້ຕິດຂັດທີ່ເກີດຂຶ້ນໃນຂອບເຂດສິດອໍານາດຂອງຕົນ...

ໂດຍ: ທະນາພອນ