ທີ່ການຕ້ອນຮັບ, ທ່ານ ຫງວຽນວັນຖັ໊ງ ຫົວໜ້າບັນນາທິການໜັງສືພິມປົກປ້ອງກົດໝາຍ ຢັ້ງຢືນວ່າ, ນໍ້າໃຈມິດຕະພາບ ແລະການພົວພັນແບບພິເສດຫວຽດນາມ-ລາວ  ໂດຍບັນດາຜູ້ນຳຂອງສອງຊາດແມ່ນປະທານໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ ເປັນຜູ້ສ້າງພື້ນຖານໂດຍກົງ ແລະການນໍາ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດສືບຕໍ່ເພີ່ມພູນຄູນສ້າງນັ້ນແມ່ນຊັບສົມບັດອັນລໍ້າຄ່າຂອງສອງຊາດ. ທ່ານ ຫງວຽນວັນຖັ໊ງ ສະແດງຄວາມເຊື່ອໝັ້ນວ່າການຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນນັກຂ່າວລາວ ຈະປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງບັນດາອົງການສື່ມວນຊົນສອງປະເທດກໍ່ຄືນໍ້າໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວ ກວ່າອີກ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ທູລານ.

ທ່ານ ສົມສະຫວາດ ພົງສາ ຕາງໜ້າຄະນະນັກຂ່າວລາວ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມ ແລະເຮັດວຽກກັບໜັງສືພິມປົກປ້ອງກົດໝາຍພ້ອມທັງຂອບອົກຂອບໃຈການຕ້ອນຮັບຢ່າງອົບອຸ່ນສະໜິດສະໜົມຂອງຄະນະການນໍາໜັງສືພິມທີ່ສະຫຼະໃຫ້ຄະນະ.

ກໍ່ໃນການເຮັດວຽກ, ພະນັກງານ, ນັກຂ່າວໜັງສືພິມປົກປ້ອງກົດໝາຍ ແລະຄະນະຜູ້ແທນນັກຂ່າວລາວ ໄດ້ພ້ອມກັນແບ່ງປັນບົດຮຽນຂຽນຂ່າວ, ບັນດາຄວາມຫຍຸ້ງຍາກ ແລະກີດຂວາງສຳລັບນັກຂ່າວຍິງເມື່ອເຂົ້າຮ່ວມການເຮັດວຽກ, ບົດຮຽນພັດທະນາສື່ເອເລກໂຕນິກ ແລະບັນດາມາດຕະການທີ່ມີປະສິດທິຜົນແນໃສ່ຮັກສາສື່ສິ່ງພິມໃນໄລຍະປະຈຸບັນໄວ້.

ໂດຍ: ເກື່ອງດັ້ງ