ທີ່ການເຮັດວຽກ, ທ່ານ ຫວູແທັງເຊີນ, ຮອງຫົວໜ້າກົມກໍ່ສ້າງ, ບຳລຸງສ້າງພະນັກງານ, ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ແຈ້ງໃຫ້ຊາບວ່າ: ໃນຊຸມປີຜ່ານມາ, ໂດຍປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ, ສອງລັດ ແລະຄຳເຫັນຊີ້ນຳຂອງກົມການເມືອງ, ຄະນະເລຂາທິການມອບວຽກໃຫ້ຄະນະຈັດຕັ້ງສູນກາງພັກສົມທົບກັບຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະບັນດາອົງການກ່ຽວຂ້ອງກໍ່ສ້າງແຜນງານຈັດຕັ້ງບັນດາຊຸດຮຽນຄົ້ນຄວ້າ, ແລກປ່ຽນຫົວຂໍ້ສະເພາະກັບພະນັກງານຂັ້ນສູງຂອງພັກປະຊາຊົນປະຕິວັດລາວ ແລະສົມທົບກັນໃນການແລກປ່ຽນບົດຮຽນກະກຽມກອງປະຊຸມໃຫຍ່ຂອງພັກຢູ່ແຕ່ລະປະເທດ. ນັບແຕ່ປີ 2013 ຮອດປະຈຸບັນ, ຫວຽດນາມ ໄດ້ເປີດ 18 ຊຸດຮຽນຄົ້ນຄວ້າ, ແລກປ່ຽນຫົວຂໍ້ສະເພາະສະຫງວນໃຫ້ພະນັກງານຂັ້ນສູງຂອງປະເທດເພື່ອນມິດລາວ ດ້ວຍຍອດຈຳນວນ 710 ຄົນເຂົ້າຮ່ວມ.

leftcenterrightdel
ສອງຄະນະຖ່າຍຮູບເປັນທີ່ລະນຶກພາຍຫຼັງການເຮັດວຽກ. ພາບ: xaydungdang.org.vn.

ທ່ານນາງ ວິໄລວັນ ເພັງສະຫວັດ ປາດຖະໜາວ່າ, ໃນໄລຍະຈະມາເຖິງສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກຝ່າຍຫວຽດນາມ, ໂດຍສະເພາະແມ່ນຄະນະຈັດຕັ້ງສູນກາງພັກ ແລະກົມກໍ່ສ້າງ, ບຳລຸງສ້າງພະນັກງານເພື່ອນັບມືນັບຍົກສູງຄຸນນະພາບຖັນແຖວພະນັກງານການນຳ, ຄຸ້ມຄອງຂອງລາວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ.

ໂດຍ: ສົມເພັດ