ທີ່ການຕ້ອນຮັບ, ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງໝັ້ນຄົງ ແລະການປ່ຽນແປງໃໝ່ຂອງປະເທດລາວອ້າຍນ້ອງ, ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະປາດຖະໜາຢາກນໍາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ພັດທະນາຢ່າງເລິກເຊິິ່ງ, ມີປະສິດທິຜົນ ແລະແທດຈິງໃນທຸກຂົງເຂດ. ທ່ານນາງ ຕ່ອງທິຟ໋ອງ ຕີລາຄາສູງການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ນັບມື້ນັບພັດທະນາອັນດີງາມ...

leftcenterrightdel
ທ່ານນອງ ຕ່ອງທິຟ໋ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດລາວ ຢູ່ນອກກອງປະຊຸມສະມັດຊາໃຫຍ່ IPU-141.  ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດໃນໄລຍະຈະມາເຖິງ, ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ສະເໜີສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດນິຕິບັນຍັດ; ສົມທົບກັນຕິດຕາມກວດກາ, ກະຕຸກຊຸກຍູ້ລັດຖະບານປະຕິບັດບັນດາໂຄງການຮ່ວມມືເຊິ່ງໄດ້ຮັບການຕົກລົງຈາກການນໍາສອງພັກ, ສອງລັດ; ແລກປ່ຽນກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະການເຄື່ອນໄຫວຂອງສະພາແຫ່ງຊາດ. ກ່ຽວກັບໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ໂດຍ ຫວຽດນາມ ອຸປະຖໍາ, ທ່ານນາງ ຕ່ອງທິຟ໋ອງ ປາດຖະໜາຢາກໃຫ້ສອງຝ່າຍສົມທົບກັນກໍ່ສ້າງໂຄງການໃຫ້ສໍາເລັດຕາມຄວາມຄືບໜ້າເພື່ອຂໍ່ານັບຮັບຕ້ອນຜົນສຳເລັດຂອງກອງປະຊຸມໃຫຍ່ພັກສອງປະເທດ ໃນປີ 2020...

ສ່ວນທ່ານຮອງປະທານສະພາແຫ່ງຊາດລາວ ໄດ້ເຫັນດີກັບການຕີລາຄາຂອງທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ກ່ຽວກັບການພົວພັນຮ່ວມມືລະຫວ່າງສອງປະເທດ ແລະສະພາແຫ່ງຊາດສອງປະເທດ, ຖືວ່າການພົວພັນລະຫວ່າງສອງປະເທດ ນັບມື້ນັບໜັກແໜ້ນຜ່ານບັນດາການຢ້ຽມຢາມສອງຝ່າຍກໍຄືບັນດາການພົບປະລະຫວ່າງການນໍາຂັ້ນສູງ. ທ່ານ ບຸນປອນ ບຸດຕະນະວົງ ໃຫ້ຮູ້ວ່າໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ກໍາລັງຜັນຂະຫຍາຍຢ່າງຕັ້ງໜ້າ ແລະຈະສາມາດສໍາເລັດຖືກຕາມຄວາມຄືບໜ້າໃນປີ 2020. ນີ້ແມ່ນກິດຈະການທີ່ທັນສະໄໝ, ເປັນຄວາມເອກອ້າງທະນົງໃຈຂອງປະຊາຊົນລາວ ກໍຄືການພົວພັນລະຫວ່າງສອງສະພາແຫ່ງຊາດ ແລະສອງປະເທດ...

ໂດຍ: ໄຊຊະນະ