ເຂົ້າຮ່ວມລາຍການມີທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ, ຮອງປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ; ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາລາວ ພ້ອມກັບພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ເປັນຈຳນວນຫຼວງຫຼາຍ  ແລະປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ.

leftcenterrightdel
ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ໂດຍໄດ້ຮັບການຈັດຕັ້ງຢູ່ລາວ, ລາຍການສະແດງສິລະປະຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 65 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ ມີຄວາມໝາຍຢ່າງແທດຈິງ; ປະກອບສ່ວນສຶກສາມູນເຊື້ອ, ປະຫວັດສາດຂອງຫວຽດນາມ; ກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ; ພ້ອມທັງປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນລາວ ໃຫ້ນັບມື້ນັບໝັ້ນແກ່ນໜຽວແໜ້ນ.

ຄະນະຈັດຕັ້ງລາຍການກໍ່ໄດ້ຈັດຕັ້ງການບໍລິຈາກເງິນສະໜັບສະໜູນປະຊາຊົນລາວ ແລະຊາວຫວຽດນາມ ຢູ່ 6 ແຂວງພາກກາງ ແລະພາກໃຕ້ຂອງລາວ ທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກຝົນຕົກນ້ຳຖ້ວມ.

ໂດຍ: ກວຽດເຕິມ