ຕາມຂໍ້ຕົກລົງ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາກະແສສິນຄ້າ, ພົວພັນແລກປ່ຽນການຄ້າໃນປະຈຸບັນ, ມານະພະຍາຍາມຊຸກຍູ້ລະດັບເຕີບໂຕວົງເງິນການຄ້າແຕ່ລະປີຂຶ້ນ 10%, ສຸມໃສ່ເຂົ້າບັນດາກຸ່ມສິນຄ້າ: ວັດສະດຸກໍ່ສ້າງ, ຜະລິດຕະພັນກະເສດກະສິກໍາ ແລະຜະລິດຕະພັນປ່າໄມ້, ເຄື່ອງສິລະປະຫັດຖະກຳ... ພ້ອມທັງສົ່ງເສີມບັນດາວິສາຫະກິດຢູ່ແຂວງດ້ຽນບຽນ ສືບຕໍ່ຊອກຫາກາລະໂອກາດລົງທຶນເຂົ້າບັນດາຂົງເຂດກະສິກຳ, ປຸງແຕ່ງຜະລິດຕະພັນກະເສດຢູ່ບັນດາແຂວງພາກເໜືອຂອງລາວ ເພື່ອສົ່ງອອກຜະລິດຕະພັນອອກສູ່ຕ່າງປະເທດ.

leftcenterrightdel
ພິທີລົງນາມໃນເອກະສານຮ່ວມມືລະຫວ່າງພະແນກອຸດສາຫະກຳ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກຳ ແລະການຄ້າບັນດາແຂວງພາກເໜືອຂອງປະເທດລາວ. ພາບ: vov.vn.

ບັນດາຝ່າຍເຊື່ອໝັ້ນວ່າ, ດ້ວຍນະໂຍບາຍຮ່ວມມືດ້ານການຄ້າເຂດຊາຍແດນເຊິ່ງລັດຖະບານ 2 ປະເທດຫວຽດນາມ - ລາວ ພວມໝູນໃຊ້, ສາມາດຊຸກຍູ້ຄວາມສາມາດໃນການຜະລິດ ແລະສຳຜັດກັບຕະຫຼາດໃຫ້ແກ່ຜະລິດຕະພັນກະເສດຂອງລາວ ເມື່ອຂົງເຂດນີ້ຢູ່ບັນດາແຂວງພາກເໜືອຂອງລາວ ໃນປະຈຸບັນບໍ່ທັນໄດ້ຮັບການພັດທະນາ, ລະດັບການຜະລິດຍັງຫຼ້າຫຼັງຢູ່, ສະມັດຕະພາບຕ່ຳ, ບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະທ້ອງຖິ່ນ.

ໂດຍ: ຮຸຍດົງ