ທີ່ການພົບປະສັງສັນ, ຜູ້ຕາງໜ້າຄະນະບໍລິຫານງານຊາວໜຸ່ມ 3 ແຂວງ: ຊຽງຂວາງ, ບໍລິຄຳໄຊ, ຫົວພັນ ໄດ້ຂອບອົກຂອບໃຈຕໍ່ການຊ່ວຍເຫຼືອຂອງແຂວງເງະອານ ເວົ້າລວມ, ຄະນະບໍລິຫານງານຊາວໜຸ່ມແຂວງເງະອານ ເວົ້າສະເພາະ ຜ່ານບັນດາໂຄງການ ທີ່ີມີຄວາມໝາຍ, ແທດຈິງ, ປະກອບສ່ວນສຳຄັນຊຸກຍູ້ການພັດທະນາດ້ານເສດຖະກິດ-ສັງຄົມຂອງບັນດາແຂວງເພື່ອນບ້ານ.

leftcenterrightdel
ບັນຍາກາດທີ່ການພົບປະສັງສັນ. ພາບ: baonghean.vn.

ທ່ານ ທອງມະນີ ໂຄດປັນຍາ ກຳມະການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ, ໃຫ້ຮູ້ວ່າໃນຊຸມປີຜ່ານມາຫຼາຍໂຄງການຮ່ວມມືລະຫວ່າງສອງແຂວງກ່ຽວກັບຂົງເຂດເສດຖະກິດ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໄດ້ຮັບການສະໜັບສະໜູນຈາກປະຊາຊົນແຂວງບໍລິຄຳໄຊ.

ພິເສດດ້ວຍເລື່ອງໄດ້ໄປຢ້ຽມຊົມໂດຍກົງ ແລະຖ່າຍທອດວິທະຍາສາດເຕັກນິກຈາກບັນດາຮູບແບບພັດທະນາເສດຖະກິດຂອງຊາວໜູ່ມເງະອານ ໄດ້ຊ່ວຍໃຫ້ສະມາຊິກຊາວໜຸ່ມ, ຊ່າວໜຸ່ມຮຸ່ນຕ່າງໆຂອງແຂວງເພື່ອນບ້ານທະວີຄູນຫຼາຍຮູບແບບທີ່ມີປະສິດທິຜົນ.

leftcenterrightdel
ການນໍາຄະນະບໍລິຫານງານຊາວໜຸ່ມແຂວງເງະອານ ແລະຄະນະບໍລິຫານງານຊາວໜຸ່ມ 3 ແຂວງ: ຊຽງຂວາງ, ບໍລິຄຳໄຊ, ຫົວພັນ ເປັນປະທານຮ່ວມກອງປະຊຸມ. ພາບ: baonghean.vn.

ຜູ້ຕາງໜ້າຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ ແລະແຂວງຊຽງຂວາງ ກໍ່ສະແດງຄວາມປາດຖະໜາວ່າແຂວງເງະອານເວົ້າລວມ. ຄະນະບໍລິຫານງານຊາວໜຸ່ມແຂວງເງະອານ ເວົ້າສະເພາະ ຈະສືບຕໍ່ຊ່ວຍເຫຼືອ, ໜູນຊ່ວຍໃຫ້ກຳລັງຊາວໜຸ່ມກ່ຽວກັບວິທະຍາສາດເຕັກນິກ, ແບບວິທີກໍ່ສ້າງບັນດາຮູບແບບເສດຖະກິດໃໝ່ໃນໄລຍະໃໝ່.

ພິເສດແມ່ນບັນດາທັກສະ, ຄວາມຮູ້ເພື່ອແນໃສ່ຍົກສູງປະສິດທິຜົນປະກອບສ່ວນເພີ່ມພູນຄູນສ້າງກໍ່ສ້າງສາຍພົວພັນມິດຕະພາບລະຫວ່າງຊາວໜຸ່ມແຂວງເງະອານ ແລະ 3 ແຂວງຂອງປະເທດເພື່ອນບ້ານລາວ ເວົ້າສະເພາະ ແລະຊາວໜຸ່ມສອງປະເທດເວົ້າລວມ ໃຫ້ນັບມື້ນັບດີງາມກວ່າ.

leftcenterrightdel
ພິທີລົງນາມໃນໂຄງການສົມທົບລະຫວ່າງຄະນະບໍລິຫານງານຊາວໜຸ່ມແຂວງເງະອານ ແລະຄະນະບໍລິຫານງານຊາວໜຸ່ມ 3 ແຂວງ: ຊຽງຂວາງ, ບໍລິຄຳໄຊ, ຫົວພັນ. ພາບ: baonghean.vn.

ເນື່ອງໃນໂອກາດນີ້, ຄະນະບໍລິຫານງານຊາວໜຸ່ມແຂວງເງະອານ ແລະຄະນະບໍລິຫານງານຊາວໜຸ່ມ 3 ແຂວງ: ຊຽງຂວາງ, ບໍລິຄຳໄຊ, ຫົວພັນ (ລາວ) ໄດ້ລົງນາມໃນໂຄງການສົມທົບວຽກງານໃນຊຸມປີຈະມາເຖິງ.

ໂດຍ: ສົມເພັດ