ທີ່ພິທີສະເຫຼີມສະຫຼອງ, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາ ລາວ, ຕາງໜ້າອໍານາດການປົກຄອງທ້ອງຖິ່ນພ້ອມກັບບັນດາສະມາຄົມປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດຢູ່ ລາວ ໄດ້ມອບຊໍ່ດອກໄມ້ເຊີດຊູບັນດາຄູອາຈານຂອງໂຮງຮຽນ.

leftcenterrightdel
ນັກຮຽນໂຮງຮຽນ 2 ພາສາລາວ-ຫວຽດນາມຫງວຽນຢູ ໃນສົກຮຽນໃໝ່. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ຜູ້ຮັກສາການອຳນວຍການໂຮງຮຽນ 2 ພາສາລາວ-ຫວຽດນາມຫງວຽນຢູ ຢັ້ງຢືນວ່າຖັນແຖວຄູອາຈານຊາວຫວຽດນາມ ຍາມໃດກໍ່ເອກອ້າງທະນົງໃຈ ແລະຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຕົນເມືອຢືນໃນຖັນແຖວພ້ອມກັບຄູສອນລາວ, ສິດສອນໃຫ້ລູກນ້ອງຄົນຫວຽດນາມ ກໍ່ຄືນັກຮຽນລາວທີ່ພວມຮໍ່າຮຽນຢູ່ໂຮງຮຽນ, ຊ່ວຍໃຫ້ພວກນ້ອງນັກຮຽນເຊື້ອຊາດຫວຽດນາມ ສາມາດເວົ້າ, ເຂົ້າໃຈໄດ້ພາສາແມ່, ຜ່ານນັ້ນຮັກສາມູນເຊື້ອວັດທະນະທໍາອັນດີງາມຂອງຊາດ ແລະຍາມໃດກໍ່ຄິດຮອດບ້ານເກີດເມືອງນອນ, ປະເທດຊາດຫວຽດນາມ.

ໃນຊຸມວັນນີ້, ອະດິດນັກຮຽນ, ນັກສຶກສາຫວຽດນາມ ລຸ້ນຕ່າງໆທີ່ພວມດໍາລົງຊີວິດ ແລະຮໍ່າຮຽນຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງການພົບປະສັງສັນຕ່າງໆເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງຄູອາຈານລາວລຸ້ນຕ່າງໆຢູ່ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດລາວ, ບ່ອນທີ່ໄດ້ບໍາລຸງສ້າງໃຫ້ນັກຮຽນ, ພະນັກງານຫວຽດນາມ ຫຼາຍລຸ້ນຄົນໃນຕະຫຼອດຫຼາຍສີບປີຜ່ານມາ.

ໂດຍ: ໄຊນີດາ