ຕາງໜ້າລັດຖະບານ ແລະປະຊາຊົນລາວ, ທ່ານ ຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ໄດ້ຮັບເອົາເງິນ 184 ກວ່າລ້ານກີບພ້ອມກັບ 4.855 ໂດລາສະຫະລັດ ແລະວັດຖຸໂດຍທ່ານ ຫງວຽນບ໊າຮຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ມອບໃຫ້.

leftcenterrightdel
ບັນຍາກາດທີ່ພິທີ. ພາບ: ສໍານັກຂ່າວສານຫວດຽນາມ.

ທ່ານ ຄໍາແພງ ໄຊສົມແພງ ສະແດງຄວາມຕື້ນຕັນໃຈຕໍ່ອາລົມຈິດຂອງປະຊາຊົນຫວຽດນາມເວົ້າລວມ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ລາວເວົ້າສະເພາະ. ທ່ານ ຄໍາແພງ ໄຊສົມແພງ ໃຫ້ຄໍາໝັ້ນສັນຍາວ່າຈະສົ່ງເງິນ ແລະວັດຖຸດັ່ງກ່າວເຖິງປະຊາຊົນຢູ່ບັນດາແຂວງພາກໃຕ້ ແລະພາກກາງຂອງລາວ  ເພື່ອແນໃສ່ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກນໍ້າຖ້ວມ, ເຮັດໃຫ້ການດໍາລົງຊີວິດເປັນປົກກະຕິໂດຍໄວ.

leftcenterrightdel
ທ່ານ ຫງວຽນບ໊າຮຸ່ງ ມອບສັນຍາລັກຈໍານວນເງິນ ແລະວັດຖຸຂອງປະຊາຄົມຊາວຫວຽດນາມ ໜູນຊ່ວຍປະຊາຊົນລາວຖືກຜົນສະທ້ອນຈາກໄພທໍາມະຊາດ ໃຫ້ແກ່ທ່ານ ຄໍາແພງ ໄຊສົມແພງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໃຫ້ຮູ້ວ່າ , ຈໍານວນເງິນ ແລະວັດຖຸດັ່ງກ່າວໂດຍບັນດາພະນັກງານສະຖານທູດ, ບັນດາອົງການຄຽງຂ້າງສະຖານທູດ, ວິສາຫະກິດຫວຽດນາມຈຳນວນໜຶ່ງ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ບໍລິຈາກເພື່ອໜູນຊ່ວຍປະຊາຊົນບາງແຂວງຂອງລາວຖືກຜົນສະທ້ອນຈາກຝົນຕົກນໍ້າຖ້ວມກໍ່ຂຶ້ນ.

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ກໍ່ໃຫ້ຮູ້ວ່າລັດຖະບານ, ປະຊາຊົນຫວຽດນາມ ໂດຍສະເພາະແມ່ນປະຊາຊົນຢູ່ເຂດຕິດກັບຊາຍແດນຂອງຫວຽດນາມ ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍລັດຖະບານ ແລະປະຊາຊົນລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມ; ມີວິສາຫະກິດຫຼາຍແຫ່ງ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ກໍ່ໄດ້ຈັດສົ່ງບັນດາຄະນະກູ້ຊ່ວຍໄປຍັງບັນດາແຂວງຖືກຜົນສະທ້ອນເພື່ອໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມຢ່າງວ່ອງໄວ.

ໂດຍ: ທູຈາງ