leftcenterrightdel
ທ່ານພົນຈັດຕະວາ ໂດ໋ຮົ່ງເລີມ ມອບໃບຢ້ັງຢືນສຳເລັດຊຸດຝຶກອົບຮົບໃຫ້ແກ່ບັນດາພະນັກງານວາລະສານປ້ອງກັນຊາດກອງທັບປະຊາຊົນລາວ. ພາບ: ຫວູຮວ່າງ.

ບົນພື້ນຖານແຜນການຝຶກອົບຮົບໂດຍຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ອະນຸມັດ, ວາລະສານປ້ອງກັນຊາດທົ່ວປວງຊົນກອງທັບປະຊາຊົນຫວຽດນາມ ໄດ້ສົມທົບກັບບັນດາອົງການກ່ຽວຂ້ອງກໍ່ສ້າງເນື້ອໃນ, ລາຍການຝຶກອົບຮົມ, ຈັດແບ່ງຄູອາຈານຮຽບຮຽງບົດສອນ, ກະກຽມພາຫະນະ, ພື້ນຖານວັດຖຸເພື່ອຖ່າຍທອດບັນດາເນື້ອໃນພື້ນຖານກ່ຽວກັບການຈັດຕັ້ງ ແລະວິທີການເຄື່ອນໄຫວຂອງວາລະສານປ້ອງກັນຊາດທົ່ວປວງຊົນ; ແລກປ່ຽນບົດຮຽນ, ບຳລຸງກ່ຽວກັບຂັ້ນຕອນບັນນາທິການ, ຂຽນບົດ, ການເຄື່ອນໄຫວຂອງກອງເລຂາບັນນາທິການ ແລະວາລະສານເອເລັກໂຕນິກ. ພາຍຫຼັງຈັດຕັ້ງປະຕິບັດເປັນເວລາ 15 ວັນ, ຊຸດຝຶກອົບຮົບໄດ້ສຳເລັດຕາມແຜນການ ແລະເນື້ອໃນລາຍການທີ່ວາງອອກ.

ໂດຍ: ສົມເພັດ