ທີ່ການພົບປະເຈລະຈາ, ການນໍາສອງແຂວງໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະສະພາບການສົມທົບກັນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ອະທິປະໄຕຢູ່ເຂດຊາຍແດນ ຫວຽດນາມ-ລາວ ກໍ່ຄືຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນບັນດາຂົງເຂດຮ່ວມມືລະຫວ່າງສອງທ້ອງຖິ່ນໃນໄລຍະຜ່ານມາ.

leftcenterrightdel
ແຂວງເທື່ອທຽນເຫວ້ ໜູນຊ່ວຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ເມືອງສະໝ້ວຍ (ແຂວງສາລະວັນ). ພາບ: nhandan.com.vn.

ບົນພື້ນຖານໝາກຜົນທີ່ບັນລຸໄດ້, ຄະນະຜູ້ແທນຂັ້ນສູງສອງແຂວງໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບຕໍ່ໂຄງການ ແລະເນື້ອໃນ ຮ່ວມມືໃນໄລຍະຈະມາເຖິງ. ສອງຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະສ້າງເງື່ອນໄຂໃຫ້ແກ່ຄະນະປະຕິບັດງານຂອງບັນດາຂະແໜງການ, ທ້ອງຖິ່ນຕິດກັບຊາຍແດນ ໄປຢ້ຽມຢາມ ແລະແລກປ່ຽນເນື້ອໃນການຮ່ວມມື; ສົ່ງເສີມການຊອກຮູ້, ສໍາຫຼວດກວດກາຄວາມສາມາດຮ່ວມມືທາງດ້ານການທ່ອງທ່ຽວຊີວະພາບ, ການທ່ອງທ່ຽວມໍລະດົກ; ຂົນຂວາຍບັນດາແຫຼ່ງອຸປະຖໍາເພື່ອໜູນຊ່ວຍການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາເສດຖະກິດ-ສັງຄົມ ແລະຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃຫ້ແກ່ບັນດາຕາແສງຢູ່ເຂດຊາຍແດນ.

leftcenterrightdel
ແຂວງເທື່ອທຽນເຫວ້ ມອບຂອງຂວັນໃຫ້ແກ່ພໍ່ແມ່ປະຊາຊົນເມືອງສະໝ້ວຍ (ແຂວງສາລະວັນ). ພາບ: nhandan.com.vn.

ສອງຝ່າຍສືບຕໍ່ເປັນເຈົ້າການ ແລະບູລະນະຮັກສາລະບົບຫຼັກໝາຍຊາຍແດນແຫ່ງຊາດ, ເພີ່ມທະວີວຽກງານຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາຍແດນ; ສືບຕໍ່ປະຕິບັດວຽກງານຊອກຫາ, ທ້ອນໂຮມ, ຂຸດເອົາອັດຖິນັກຮົບ, ນັກຊ່ຽວຊານ, ທະຫານອາສາສະໝັກຫວຽດນາມທີ່ເສຍສະຫຼະຊີວິດຢູ່ແຂວງສາລະວັນ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ພົບປະແລກປ່ຽນປະຊາຊົນ.

ສົກຮຽນ 2019-2020, ແຂວງເທື່ອທຽນເຫວ້ ຈະເພີ່ມທຶນການສຶກສາ 2 ພູດກ່ຽວກັບການກໍ່ສ້າງປະລິນຍາໂທໃຫ້ແກ່ນັກສໍາມະນາກອນແຂວງສາລະວັນ.

ໂດຍ: ທູຈາງ