ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ຫງວຽນວັນບົ໋ງ ຢັ້ງຢືນວ່າ, ພາຍໃຕ້ການຊີ້ນໍາຂອງການນໍາກະຊວງປ້ອງກັນປະເທດສອງປະເທດ, ຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ແລະຫ້ອງວ່າການກະຊວງປ້ອງກັນປະເທດລາວ ໄດ້ມີການສົມທົບກັນ, ຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນຢ່າງແທດຈິງໃນຫຼາຍຂົງເຂດ, ໃນນັ້ນ, ຝ່າຍຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ຮັບເອົາ ແລະຈັດຕັ້ງຊຸດຝຶກອົບຮົມວິຊາການໃຫ້ແກ່ພະນັກງານ, ພາລະກອນເຮັດວຽກງານສໍາເນົາເອກະສານ; ຝຶກອົບຮົມວຽກງານປະຕູຖານຂໍ້ມູນເອເລັກໂຕນິກໃຫ້ແກ່ພະນັກງານກອງທັບປະຊາຊົນລາວ; ຈັດຕັ້ງບັນດາຄະນະຊ່ຽວຊານຊ່ວຍກອງທັບປະຊາຊົນລາວຍົກລະດັບຊອບແວຄຸ້ມຄອງເອກະສານ ແລະຫັນເອກະສານເປັນດີຈີຕອນ...

leftcenterrightdel
ທ່ານພົນຕີ ອອນສີ ແສນສຸກ  ຕ້ອນຮັບທ່ານພົນຈັດຕະວາ ຫງວຽນວັນບົ໋ງ. ພາບ: ໂດ໋ຢູງ.

ທ່ານພົນຕີ ອອນສີ ແສນສຸກ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດລາວ ແລະຫວຽດນາມ, ໃນນັ້ນມີຫ້ອງວ່າການກະຊວງປ້ອງກັນປະເທດສອງປະເທດ; ພ້ອມທັງເນັ້ນໜັກວ່າ, ໝາກຜົນຂອງການຮ່ວມມືດ້ານປ້ອງກັນຊາດສອງປະເທດໃນໄລຍະຜ່ານມານັບມື້ນັບໄດ້ຮັບການປັບປຸງ, ພັດທະນາ, ເຂົ້າສູ່ລວງເລິກ, ບັນລຸໝາກຜົນຢ່າງແທດຈິງ, ປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

ກ່ອນໜ້ານັ້ນ, ທີ່ສໍານັກງານກະຊວງປ້ອງກັນປະເທດລາວ, ຄະນະຜູ້ແທນຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ  ໄດ້ມີການເຮັດວຽກກັບຫ້ອງວ່າການກະຊວງປ້ອງກັນປະເທດລາວ. ສອງຝ່າຍໄດ້ພ້ອມກັນແລກປ່ຽນກ່ຽວກັບຜົນການເປັນເສນາທິການສະເໜີຕໍ່ການນໍາກະຊວງປ້ອງກັນປະເທດສອງປະເທດ; ສະພາບການເຄື່ອນໄຫວຂອງສອງຫ້ອງວ່າການ; ຕີລາຄາໝາກຜົນແຫ່ງການຮ່ວມມືລະຫວ່າງສອງຝ່າຍ ແລະຄາດຄະເນບັນດາເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ.

ໂດຍ: ກວຽດເຕິມ