ທີ່ການຕ້ອນຮັບ, ທ່ານ ຟຸ່ງຊວນຍ້າ ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງທ່ານ ທອງສະຫວັນ ພົມວິຫານ ໃນການປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ເວົ້າລວມ,  ລະຫວ່າງກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະກະຊວງສຶກສາທິການ ແລະກິລາລາວ ເວົ້າສະເພາະເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານ ຟຸ່ງຊວນຍ້າ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ. ພາບ: moet.gov.vn.

ທ່ານ ຟຸ່ງຊວນຍ້າ ໃຫ້ຮູ້ວ່າ,  ຫວຽດນາມ ກໍ່ພວມຜັນຂະຫຍາຍແຜນຮ່າງ “ທົດລອງການສອນພາສາຫວຽດນາມ-ລາວ ຢູ່ໂຮງຮຽນ ຫງວຽນຢູ, ວຽງຈັນ, ລາວ” ແລະໂຄງການ “ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ຖັນແຖວພະນັກງານປະຕິບັດວຽກງານສອບເສັງ ແລະກວດກາ, ຕີລາຄາຄຸນນະພາບຂອງກະຊວງສຶກສາທິການ ແລະກິລາລາວ ໄລຍະ 2014-2020”. ການຜັນຂະຫຍາຍແຜນຮ່າງ “ຮຽບຮຽງຫຼັກສູດການສອນພາສາຫວຽດນາມ ແລະຊຸດປື້ມແບບຮຽນພາສາຫວຽດນາມ (ສະບັບທົດລອງ) ແຕ່ຫ້ອງປໍ1 ຫາ ມໍ7 ໃຫ້ແກ່ນັກຮຽນລາວ ຢູ່ລາວ”. ທ່ານ ຟຸ່ງຊວນຍ້າ ປາດຖະໜາວ່າ, ຝ່າຍລາວ ຈະມີບັນດາຂໍ້ກຳນົດລະອຽດກວ່າອີກໃນການຄັດເລືອກເອົານັກຮຽນນອກແຜນ, ພິເສດແມ່ນຮັບປະກັນລະດັບຄວາມຮູ້ດ້ານພາສາຫວຽດນາມ.

leftcenterrightdel
ທ່ານ ທອງສະຫວັນ ພົມວິຫານ ມອບຂອງຂວັນໃຫ້ແກ່ທ່ານ ຟຸ່ງຊວນຍ້າ. ພາບ: moet.gov.vn.

ສ່ວນທ່ານ ທອງສະຫວັນ ພົມວິຫານ ໃຫ້ຮູ້ວ່າ, ເມື່ອກັບເມືອດໍາລົງຕໍາແໜ່ງໃໝ່ຢູ່ປະເທດ ທ່ານຈະສືບຕໍ່ເອົາໃຈໃສ່ເຖິງການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເວົ້າລວມ, ລະຫວ່າງກະຊວງສຶກສາ ແລະກໍ່ສ້າງສອງປະເທດເວົ້າສະເພາະ ເພື່ອແນໃສ່ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດໃນຂົງເຂດສຶກສາ ແລະກໍ່ສ້າງ ຕື່ມອີກ.

ໂດຍ: ເຈິ່ນຮວ່ຽນ