leftcenterrightdel
ພິທີລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງ 8 ແຂວງຫວຽດນາມ-ລາວ ກ່ຽວກັບວຽກງານຕ້ານ ແລະສະກັດກັ້ນຢາເສບຕິດ. ພາບ: ແທ່ງເຈົາ.

ກອງປະຊຸມໄດ້ປຶກສາຫາລື, ຕີລາຄາບັນດາຂໍ້ຄົງຂ້າງ, ຈໍາກັດ. ໃນປີຜ່ານມາ, ສະພາບອາດຊະຍາກໍາຢາເສບຕິດຢູ່ເຂດຊາຍແດນຫວຽດນາມ-ລາວ ເວົ້າລວມ, ຊາຍແດນຫວຽດນາມ-ລາວ ສັງກັດບໍລິເວນ 8 ແຂວງເວົ້າສະເພາະສືບຕໍ່ຜັນແປໄປຢ່າງສັບສົນ. ບັນດາເປົ້າໝາຍອາດຊະຍາກໍາຢາເສບຕິດຍັງເຄື່ອນໄຫວຢ່າງແຮງ, ດ້ວຍຂະໜາດໃຫຍ່, ຈັດຕັ້ງຢ່າງແໜ້ນແຟ້ນ, ຂ້າມຊາດ ແລະນັບມື້ນັບມີລັກສະນະຮ້າຍແຮງ. ຫຼາຍເສັ້ນທາງຂົນສົ່ງຢາເສບຕິດດ້ວຍຈໍານວນຫຼາຍຈາກເຂດ “ສາມຫຼ່ຽມຄໍາ” ໄດ້ເຕົ້າໂຮມຢູ່ຊາຍແດນຫວຽດນາມ-ລາວ, ພາຍຫຼັງຕິດຕໍ່ກັບເປົ້າໝາຍຄົນຫວຽດນາມ ຈຳນວນໜຶ່ງ, ສ້າງເປັນສາຍການຄ້າ, ຂົນສົ່ງຢາເສບຕິດຜ່ານຊາຍແດນເພື່ອຈໍາໜ່າຍ ຫຼື ສືບຕໍ່ຂົນສົ່ງໄປປະເທດທີສາມ.

ທີ່ກອງປະຊຸມຄັ້ງນີ້ບັນດາຝ່າຍໄດ້ເຫັນດີເປັນເອກະພາບຕໍ່ທິດທາງ, ໜ້າທີ່ສົມທົບກັນໃນປີ 2020 ແລະຈັດຕັ້ງການລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບວຽກງານຕ້ານ ແລະສະກັດກັ້ນຢາເສບຕິດລະຫວ່າງ 8 ແຂວງ, ເປັນຂີດໝາຍບັນດາບາດກ້າວພັດທະນາໃໝ່ໃນວຽກງານຕ້ານ ແລະສະກັດກັ້ນຢາເສບຕິດລະຫວ່າງ 8 ແຂວງເວົ້າສະເພາະ ແລະສອງປະເທດຫວຽດນາມ-ລາວ ເວົ້າລວມ.

ໂດຍ: ໄຊນີດາ